ກອງປະຊຸມປະຈຳເດືອນ 10 ຂອງລັດຖະບານ ຫວຽດນາມ


ກອງປະຊຸມປະຈຳເດືອນ 10 ຂອງລັດຖະບານ ຫວຽດນາມ - ảnh 1

(ແກ້ໄຂໜີ້ເສຍ)

(vovworld) –​​​​​​​​​ ກ່າວ​ຄຳ​ເຫັນ​ໄຂກອງ​ປະຊຸມ​ປະຈຳ​ເດືອນ 10 ຂອງ​ລັດຖະບານ​ຫວຽດນາມ ​ເມື່ອ​ຕອນ​ເຊົ້າວັນ​ທີ 29/10, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ບັນດາ​ສະມາຊິກ​ລັດຖະບານ​ຕ້ອງ​ວິ​ເຄາະ​ສະພາບ​​ເສດຖະກິດ​ສັງຄົມ ​ແລະ ສຸມ​ໃສ່​ເຮັດ​ແຈ້ງ​ບາງ​ບັນຫາ​ພົ້ນ​ເດັ່ນ​ຂຶ້ນ​ທີ່​ກ່ຽວຂ້ອງ​ເຖິງ​ໜີ້ສາທາລະນະ ​ແລະ ​ໂຄງ​ປະກອບ​ລາຍ​ຮັບ​ລາຍ​ຈ່າຍ​ງົບປະມານ; ໜີ້​ເສຍ ​ແລະ ມາດ​ຕະການ​ຄວບ​ຄຸມ; ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ; ຟື້ນ​ຟູ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ສະ​ເໜີ​ບັນດາ​ສະມາຊິກ​ລັດຖະບານ​ຕ້ອງ​ເຮັດ​ແຈ້ງ​ລັກສະນະ​ປະສິດທິ​ຜົນ​ໃນ​ການ​ນຳ​ໃຊ້​ບັນດາ​ແຫຼ່ງ​ທຶນ​ກູ້​ຢືມ ​ແລະ ຄວາມ​ສາມາດ​ໃຊ້​ໜີ້ ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ຈຸດໝາຍ​ຄວບ​ຄຸມ​ໜີ້​ສາທາລະນະ​ໃນ​ຊຸມ​ປີ​ຕໍ່​ໄປ. ກ່ຽວ​ກັບ​ການ​ແກ້​ໄຂ​ຫນີ້​ເສຍ, ທ່ານ​ນາຍົກລັດຖະມົນ ຕີຫງວຽນ​ເຕີນ​ຢຸງ ຖື​ວ່າ, ນີ້​ແມ່ນ​ບັນຫາ​ທີ່​ລັດຖະບານ​ປຶກສາ​ຫາລື​ຫຼາຍ​ເທື່ອ​ແລ້ວ, ນັບ​ແຕ່​ຕົ້ນປີ, ລັດຖະບານ​ໄດ້​ປະຕິບັດ​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່​ຢ່າງ​ຂ້ຽວຂາດ ຕິດ​ພັນ​ກັບ​ການ​ແກ້​ໄຂ​ໜີ້​ເສຍ.

  ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຍັງ​ສະ​ເໜີ​ບັນດາ​ກະຊວງ​ຂະ​ແໜງ​ການ​ລາຍ​ງານ​ໂດຍ​ລະອຽດກ່ຽວ​ກັບ​ສະພາບ​ບັນດາ​ວິ​ສາ​ຫະກິດ​ໃນ 10 ​ເດືອນ​ຜ່ານ​ມາ​ຕິດ​ພັນ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຊື່​ງບັນດາ​ວິ​ສາ​ຫະກິດ​ຕ້ອງ​ປະ​ເຊີນ​ໜ້າ​ໃນ​ໄລຍະ​ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ