ກອງປະຊຸມປະຈຳເດືອນ 3 ຂອງລັດຖະບານ ຫວຽດນາມ

(vovworld) - ວັນ​ທີ 31/3  ​ແລະ  ວັນ​ທີ 1/4, ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ​ເປັນ​ປະທານ​ວາລະ​ປະຊຸມ​ປະຈຳ​ເດືອນ​ 3 ຂອງ​ລັດຖະບານ ​ເພື່ອ​ຕີ​ລາຄາ​ສະພາບ​ການ​ພັດທະນາ​ເສດຖະກິດ ສັງຄົມ​ໃນ​ໄຕ​ມາດ 1 ປີ 2012 ດ້ວຍ​ຫລາຍ​ສັນຍານ​ດີ​ພໍ​ສົມຄວນ, ຢືນຢັນ​ປະສິດທິ​ຜົນ​ຂອງ​ບັນດາ​ນະ​ໂຍບາຍ ​ແລະ ມາດ​ຕະການ​ບໍລິຫານ​ພື້ນ​ຖານ​ເສດຖະກິດຢ່າງ​ຈະ​ແຈ້ງ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ລະດັບ​ໄພ​ເງິນ​ເຟີ້​ໃນ​ເດືອນ 3 ​ແມ່ນ 0,16% ​ແລະ ນີ້​ແມ່ນ​ລະດັບ​ຕ່ຳ​ສຸດ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວກັນ​ຂອງ​ຊຸມ​ປີ​ກ່ອນ​ນີ້.

ກອງປະຊຸມປະຈຳເດືອນ 3 ຂອງລັດຖະບານ ຫວຽດນາມ - ảnh 1
ວາລະປະຊຸມປະຈຳເດືອນ 3 ຂອງລັດຖະບານຫວຽດນາມ
ພາບ:chinhphu.vn

ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ຢືນຢັນ: ລັດຖະບານ ຕັ້ງ​ໝັ້ນ​ໃຫ້​ບູລິ​ມະ​ສິດ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ນາຍົກລັດຖະ​ມົນຕີ ຊີ້​ນຳ​ໃຫ້​ທະນາຄານ​ແຫ່ງ​ລັດ ສືບ​ຕໍ່​ບໍລິຫານ​ນະ​ໂຍບາຍ​ເງິນຕາ, ສິນ​ເຊື່ອ ​ແລະ ອັດຕາ​ດອກ​ເບ້ຍ​ຢ່າງ​ມີ​ໄຫວ​ພິບ, ​ເໝາະ​ສົບ​ກັບ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້. ​ເພື່ອ​ຮັກສາ​ການຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ​ປະມານ 6% ​ຂອງ​ທັງ​ປີ 2012, ນາຍົກລັດຖະ​ມົນຕີ Nguyen Tan Dung ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ບັນ​ດາ​ທ້ອງ​ຖິ່ນ ຕ້ອງ​ກຳ​ແຫນ້ນ​ສະພາບ​ການ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ສຳລັບ​ແຕ່​ລະ​ຕະຫລາດ​ພາຍ​ໃນ, ​ເປີດ​ກວ້າງ​ຕະຫລາດ​ຕ່າງປະ​ເທດ ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ ພ້ອມ​ທັງ​ເດັດດ່ຽວ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ລະບຽບ​ການ​ບໍລິຫານ. ນາຍົກລັດຖະ​ມົນຕີ Nguyen Tan Dung ຊີ້​​ແຈງ​ວ່າ:

        “ຫນ້າ​ທີ່​ຂອງ​ລັດຖະບານ ​ແມ່ນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ຮັກສາ​ການ​ພັດທະນາ​ການ​ຜະລິດ. ປະຈຸ​ບັນ ກະສິກຳ​ແມ່ນ​ທ່າ​ໄດ້​ປຽບ ສະ​ນັ້ນ​ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ບຸລິມະສິດ​ດ້ານ​ທຶນ​ຮອນ​ໃຫ້​ແກ່​ການ​ຜະລິດ​ກະສິກຳ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ. ນອກ​ນັ້ນ ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ ກໍ​​ໄດ້ປະກອບສ່ວນ​ໃຫ້​ແກ່​ການຈະ​ເລີ​ນ​ເຕີບ​ໂຕກ​ວ່າ 2% ສະ​ນັ້ນ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ.”

ນາຍົກລັດຖະ​ມົນຕີ Nguyen Tan Dung ສະ​ເຫ​ນີ​ໃຫ້​ກະ​ຊວງ​ແຜນການ ​ແລະ ການ​ລົງທຶນ ຄິ​ດ​ໄລ່​ວິທີ​ການ​ດຶງ​ດູດ​ແຫ​ລ່ງທຶນ​ຈາກ​ພັນທະບັດ​ຂອງ​ລັດຖະບານ ​ແລະ ທຶນ​ສົມທົບ​ໂດ​ຍ​ໄວ​ເພື່ອ​ປ່ອຍ​ເງິນ​ແຫ​ລ່ງທຶນ ODA. ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ້ອງ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ, ລາຍການ​ຮັບປະກັນ​ຊີວິດ​ສັງຄົມ, ພັດທະນາ​ສາທາລະນະ​ສຸກ, ການ​ສຶກສາ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຈຳກັດ ​ແລະ ຍູ້​ສະພາບ​ອຸ​ບັດ​ຕິ​ເຫດ ​ແລະ ລົດ​ຕິດ​ໃຫ້​ຖອຍ​ໄປ, ຮັບປະກັນຄວາມ​ສະຫງົບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ຂ່າວ/ບົດ​ອື່ນ