ກອງປະຊຸມປະຈຳເດືອນ ເມສາ ແລະ 4 ເດືອນຕົ້ນປີ 2023 ຂອງລັດຖະບານ ຫວຽດນາມ

(VOVWORLD) - ໃນເດືອນ ເມສາ ແລະ 4 ເດືອນຕົ້ນປີ 2023, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຢຶດໝັ້ນຕໍບັນດາເປົ້າໝາຍ
ກອງປະຊຸມປະຈຳເດືອນ ເມສາ ແລະ 4 ເດືອນຕົ້ນປີ 2023 ຂອງລັດຖະບານ ຫວຽດນາມ - ảnh 1(ກອງປະຊຸມປະຈຳເດືອນ ເມສາ ແລະ 4 ເດືອນຕົ້ນປີ 2023 ຂອງລັດຖະບານ)

        ຕອນເຊົ້າວັນທີ 05 ພຶດສະພາ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ເມສາ ແລະ 4 ເດືອນຕົ້ນປີ 2023 ຂອງລັດຖະບານ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ໃນເດືອນ ເມສາ ແລະ 4 ເດືອນຕົ້ນປີ 2023, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຢຶດໝັ້ນຕໍບັນດາເປົ້າໝາຍ; ຊີີ້ນຳນຳພາ ແລະ ຜັນຂະຫຍາຍບັນດາໜ້າທີ່, ມາດຕະການທທີ່ໄດ້ວາງອອກຢ່າງຂ້ຽວຂາດ; ຜ່ານນັ້ນ, ສະພາບດ້ານເສດຖະກິດ-ສັງຄົມສືບຕໍ່ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ລັດຖະບານ ປຶກສາຫາລືສະພາບການພັດທະນາເສດຖະກິດ - ສັງຄົມຂອງເດືອນ ເມສາ ແລະ 4 ເດືອນຕົ້ນປີ, ທິດທາງ, ໜ້າທີ່ຈຸດສຸມໃນເດືອນ ພຶດສະພາ ແລະ ໃນໄລຍະຈະມາເຖິງ ພ້ອມກັບບາງເນື້ອໃນສຳຄັນອື່ນອີກ, ຄື: ການປ່ອຍເງິນລົງທຶນພາກລັດ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ, ບັນດາໂຄງການເປົ້າໝາຍລະດັບຊາດ.

        ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢຸງ ໃຫ້ຮູ້ວ່າ, ໄພເງິນເຟີ້ມີທ່າອ່ຽງຄ່ອຍໆຫຼຸດລົງຜ່ານແຕ່ລະເດືອນ, CPI ຄິດສະເລ່ຍ 4 ເດືອນຕົ້ນປີ ເພີ່ມຂຶ້ນ 3,84% ເມື່ອທຽບໃສ່ໄລຍະດຽວກັນ; ການສົ່ງອອກເກີນດຸນໃນ 4 ເດືອນຕົ້ນປີບັນລຸ 6,35 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ