ກອງປະຊຸມປະຈຳເດືອນ1/2014ຂອງລັດຖະບານ

ກອງປະຊຸມປະຈຳເດືອນ1/2014ຂອງລັດຖະບານ - ảnh 1
ກອງ​ປະຊຸມ​ປະຈຳ​ເດືອນ 1/2014 ຂອງ​ລັດຖະບານຫວຽດນາມ
ພາບ:internet



(vovworld)-  ຕອນ​ບ່າຍ​ວັນ​ທີ 25/1, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 1/2014 ຂອງ​ລັດຖະບານ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ຄຸ້ມ​ຄອງ​ບໍລິຫານ ​ເພື່ອ​ຮັກສາ​ລາຄາ​ໃນ​ທ້ອງ​ຕະຫລາດ​ໃຫ້​ເປັນ​ປົກກະຕິ,​ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ທົ່ວ​ສັງຄົມ ຮັບ​ໃຊ້​ປະ​ຊາ​ຊົນ​ຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ປີ​ມະ​ເມຍ ​ແລະ ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ເດືອນ 1/2014. ​ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2014, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໄດ້​ປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ປະຕິບັດ​ບັນດາ​ມາດ​ຕະການ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ​ທ່ີ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.  ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ແຕ່​ລະ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ພາ​ຍຫລັງ​ບຸ​ນ​ເຕັດ ຕ້ອງ​ ຊີ້​ນຳການ​ປະຕິ​ດບັດ​ມະ​ຕິ​ເລກທີ 01 ຂອງ​ລັດຖະບານ​ຢ່າງ​ຂ້ຽວຂາດ,​ຮັບປະກັນ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ຢ່າງ​ໝັ້ນ​ແກ່ນ​ກວ່າ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ດີ​ກວ່າ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.

 

 

ຂ່າວ/ບົດ​ອື່ນ