ກອງປະຊຸມປະທານແນວໂຮມປະເທດຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ

(VOVWORLD) -ໃນວັນທີ 25 ແລະ 26 ຢູ່ ນະຄອນຫລວງ ຮ່າໂນ້ຍ ຈະດຳເນີນກອງປະຊຸມ ປະທານແນວໂຮມປະເທດຊາດ 3 ປະເທດ ກຳປູເຈຍ -ລາວ ແລະຫວຽດນາມ. 


ເນື້ອໃນຕົ້ນຕໍຂອງກອງປະຊຸມ ແມ່ນລາຍງານໝາກຜົນການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳລາຍການຮ່ວມມືລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ ໄລຍະ 2013 – 2016, ປຶກສາຫາລື, ເປັນເອກະພາບ ທິດທາງ, ເນື້ອໃນການຮ່ວມມືໄລຍະ 2017 – 2020 ແລະ ບົດບັນທຶກຊ່ວຍຈຳລາຍການຮວ່ມມືໄລຍະ 2017- 2020.

ກອງປະຊຸມເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສາມປະເທດ ກຳປູເຈຍ ລາວ ແລະຫວຽດນາມ, ຍູ້ແຮງການໂຄສະນາ, ສຶກສາໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນຫນຸ່ມ 3 ປະເທດກ່ຽວກັບຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສາມປະເທດເພື່ອໃຫ້ມີຄວາມຮັບຜິດຊອບໃນການຮັກສາ, ເພີ່ມພູນຄູນສ້າງໃນໄລຍະຈະມາເຖິງກວ່າອີກ. ພ້ອມທັງປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຫວຽດນາມ - ລາວ, ສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ກຳປູເຈຍ.


ຕອບກັບ

ຂ່າວ/ບົດ​ອື່ນ