ກອງ​ປະ​ຊຸມ​ປະ​ສານ​ງານ ປະ​ຊາ​ຄົມ ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 16

(VOVWORLD) -ບັນດາຜູ້ແທນໄດ້ຮັບຮອງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືຕ້ານຄືນໂລກລະບາດໂຄວິດ - 19 ແລະ ບັນດາຜົນກະທົບຈາກໂລກລະບາດດັ່ງກ່າວ. 
ກອງ​ປະ​ຊຸມ​ປະ​ສານ​ງານ ປະ​ຊາ​ຄົມ ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 16 - ảnh 1(ພາບ: inilahdepok.id)

ວັນທີ 15 ມີນາ, ກະຊວງວັດທະນະທຳ, ຊາວໜຸ່ມ ແລະ ກິລາ ບຣູໄນ ໄດ້ສົມທົບກັບຄະນະເລຂາ ອາຊຽນ ຈັດຕັ້ງກອງປະຊຸມປະສານງານປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ (SOC – COM) ຄັ້ງທີ 16, ເພື່ອແນໃສ່ເພີ່ມທະວີກຳລັງແຮງສັງລວມລະຫວ່າງຂະແໜງ ແລະ ບັນດາເສົາຄ້ຳຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຮອງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືຕ້ານຄືນໂລກລະບາດໂຄວິດ - 19 ແລະ ບັນດາຜົນກະທົບຈາກໂລກລະບາດດັ່ງກ່າວ. ບັນດາອົງການຂະແໜງການຂອງ ASCC ໄດ້ສຳຫຼວດກວດຄືນຄວາມຄືບໜ້າຜັນຂະຫຍາຍ ກໍຄື ສະເໜີບັນດາຂໍ້ລິເລີ່ມບຸລິມະສິດຂອງຕົນ ໃຫ້ສອດຄ່ອງກັບຂອບເຂດການຟື້ນຟູຮອບດ້ານ ອາຊຽນ (ACRF). ກອງປະຊຸມກໍແນະນຳກ່ຽວກັບຄວາມຄືບໜ້າຂອງການຮຽບຮຽງ ຍຸດທະສາດໂຮມເຂົ້າເປັນໜຶ່ງດ່ຽວຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ໃນນັ້ນ ເນັ້ນໜັກເຖິງການຮ່ວມມືຢ່າງແຮງ ລະຫວ່າງຂະແໜງ ແລະ ລະຫວ່າງເສົາຄ້ຳຕ່າງໆ. ຍຸດທະສາດດັ່ງກ່າວ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ພາກພື້ນ ອາຊຽນ ຮັບມືກັບບັນດາສິ່ງທ້າທາຍ ຈາກການປະຕິວັດດັ່ງກ່າວ ໃນສະພາບການທີ່ໂລກລະບາດໂຄວິດ - 19 ສືບຕໍ່ແຜ່ລະບາດ.


ຕອບກັບ

ຂ່າວ/ບົດ​ອື່ນ