ກອງ​ປະ​ຊຸມ​ປະ​ສານ​ງານ​ປະ​ຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ອາ​ຊຽນ

(VOVWORLD) -ບັນດາຜູ້ແທນໄດ້ອັບເດດກ່ຽວກັບເລື່ອງ ອາຊຽນ ຫາກໍ່ຮັບເອົາ Timor Leste ເປັນນັກສັງເກດການ ແລະ ການເຂົ້າຮ່ວມຂອງປະເທດນີ້ ໃນບັນດາກອງປະຊຸມກໍ່ຄືບັນດາການເຄື່ອນໄຫວຂອງ ອາຊຽນ ໃນໄລຍະຜ່ານມາ.

ວັນທີ 15 ມີນາ, ຢູ່ Jakarta, ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມປະສານງານຄັ້ງທີ 15 ປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (ASCCO). ນະທີ່ນີ້, ທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ APSC Michael Tene ໃຫ້ຮູ້ວ່າ ດ້ວຍເລື່ອງຜັນຂະຫຍາຍແຜນສັງລວມປະຊາຄົມການເມືອງ ຄວາມໝັ້ນຄົງ ອາຊຽນ (APSC) 2025 ບັນລຸເຖິງ 99%, ຍ້ອນເຫດຜົນ ອາຊຽນ ສົ່ງເສີມທຸກສຳນັກງານ ແລະ ອົງການຈັດຕັ້ງຂະແໜງການສືບຕໍ່ມານະພະຍາຍາມເພື່ອປະຕິບັດສຳເລັດແຜນການນີ້. ໃນຂະນະນັ້ນ, ບັນດາຜູ້ແທນຖືວ່າ ການພົວພັນຕ່າງປະເທດຂອງ ອາຊຽນ ນັບມື້ນັບເຂັ້ມແຂງກວ່າອີກ ດ້ວຍເລື່ອງມີຄູ່ຮ່ວມມືທາງການໃໝ່ຫຼາຍກ່ວາອີກ, ຍົກລະດັບການພົວພັນຄູ່ຮ່ວມມືສົນທະນາຂຶ້ນສູ່ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ນັບມື້ນັບມີຫຼາຍປະເທດເຂົ້າຮ່ວມສົນທິສັນຍາເປັນມິດ ແລະ ຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC).

ແລະກໍ່ໃນກອງປະຊຸມ, ບັນດາຜູ້ແທນໄດ້ອັບເດດກ່ຽວກັບເລື່ອງ ອາຊຽນ ຫາກໍ່ຮັບເອົາ Timor Leste ເປັນນັກສັງເກດການ ແລະ ການເຂົ້າຮ່ວມຂອງປະເທດນີ້ ໃນບັນດາກອງປະຊຸມກໍ່ຄືບັນດາການເຄື່ອນໄຫວຂອງ ອາຊຽນ ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ