ກອງປະຊຸມຜັນຂະ ຫຍາຍໜ້າທີ່ປີ 2014 ຂອງຂະແໜງອຸດສາ ຫະກຳການຄ້າຫວຽດນາມ


ກອງປະຊຸມຜັນຂະ ຫຍາຍໜ້າທີ່ປີ 2014 ຂອງຂະແໜງອຸດສາ ຫະກຳການຄ້າຫວຽດນາມ - ảnh 1

ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ​ແລກປ່ຽນ​ກັບ​ຜູ້​ແທນ

(ພາບ: VGP/Nhật Bắc)

 (vovworld)- ທີ່ກອງ​ປະຊຸມ​ຜັນ​ຂະ​ຫຍາຍໜ້າ​ທີ່​ປີ 2014 ຂອງຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ ຈັດ​ຂຶ້ນ​ໃນຕອນ​​ເຊົ້າວັນ​ທີ 10/1, ທ່ານ​ນາຍົກລັດ ຖະມົນຕີ ຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ວ່າ: ຂະ​ແໜງອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ ຕ້ອງ​ເປັນ​ເຈົ້າການ, ຕັ້ງໜ້າ​ເຈລະຈາ​ບັນດາສັນຍາ​ການ​ຄ້າ​ເສລີ. ທ່ານ​ຖື​ວ່າ: ຂະ​ແໜງອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຕ້ອງ​ຍູ້​ແຮງການ​ໂຄສະນາ, ​ເຜີຍ​ແຜ່​ກ່ຽວ​ກັບ​ບັນ​ດາ​ສັນຍາ​ຊື່​ງຫວຽດນາມ ​ໄດ້​ເຊັນ​, ​ເຂົ້າ​ຮ່ວມ ຫລື​ພວມ​ຢູ່​ໃນ​ວິວັດ​ການ​ເຈລະຈາ​ເພື່ອ​ໃຫ້​ບັນດາ​ອົງການ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ປຊຊ ​ເປັນ​ເຈົ້າການ​ຂຸດ​ຄົ້ນຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຊີ້​ແຈ້ງ​ວ່າ:

   “ກະຊວງ​ອຸດສາຫະກຳການ​ຄ້າ​ເປັນ​ເຈົ້າພາບຂຸດ​ຄົ້ນ​ເປັນ​ຢ່າງ​ດີ​ທີ່​ສຸດບັນດາ​ສັນຍາ​ການ​ຄ້າ​ເສລີສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ທີ່​ຫວຽດນາມ ​ໄດ້​ເຊັນ​​ແລ້ວ, ລວມມີ 8 ສະບັບ ​ເພື່ອ​ຍູ້​​ແຮງການ​ສົ່ງ​ອອກ. ​ໄປ​ຄຽງ​ຄູ່​ກັນນັ້ນ​ແມ່ນ​ສຸມ​ໃສ່​ເຈລະ​ຈາ​ສັນຍາ​ການ​ຄ້າ​ອື່ນ​ອີກ 6 ສະບັບ“.

  ຄຽງ​ຄູ່​ກັນນັ້ນ, ປີ 2014, ຂະ​ແໜງອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຈະ​ສຸມ​ໃສ່​ສ້າງ​ນະ​ໂຍບາຍ​ສົ່ງ​ເສີມ, ໜູນ​ຊ່ວຍ​ການ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ, ສົ່ງ​ເສີມ​ວິ​ສາ​ຫະກິດ​ເຂົ້າຮ່ວມ​ການ​ພັດທະນາອຸດສາຫະກຳ​ສຳຮອງ./.

 

ຂ່າວ/ບົດ​ອື່ນ