ກອງປະຊຸມຜັນຂະຫຍາຍ ວຽກງານແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມປີ 2013

ກອງປະຊຸມຜັນຂະຫຍາຍ ວຽກງານແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມປີ 2013 - ảnh 1
ກອງ​ປະຊຸມ​ຜ່ານ​ເຄືອຂ່າ​ຍອີນ​ເຕີ​ແນ​ດ​ ເພ່ືອຜັນ​ຂະຫຍາຍ​
ວຽກ​ງານ​ແຮງ​ງານ, ຜູ້​ມີ​ຄຸນງາມຄວາມດີ ​ແລະ ສັງຄົມ​ປີ 2013
(ພາບ: vietnamplus.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 07/01, ຢູ່​ທີ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຜ່ານ​ເຄືອຂ່າ​ຍອີນ​ເຕີ​ແນ​ດ​ ເພ່ືອຜັນ​ຂະຫຍາຍ​ວຽກ​ງານ​ແຮງ​ງານ, ຜູ້​ມີ​ຄຸນງາມຄວາມດີ ​ແລະ ສັງຄົມ​ປີ 2013. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຍ້ອງຍໍ​ຊົມ​ເຊຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງຂະ​ແໜງແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ບັນລຸ​ໄດ້​​ໃນ​ວຽກ​ງານ​ຕ່າ​ງໆຂອງ​ປີ 2012; ​ເນັ້ນ​ໜັກ​ເຖິງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2012 ທີ່​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ຂະ​ແໜງແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​, ​ເຊິ່ງ​ແມ່ນ​ຂະ​ແໜງ​ທີ່​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ ກໍ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ຄາດໝາຍ​ເຊິ່ງຂະ​ແໜງແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ ​ໄດ້​ວາງ​ອອກ​ໃຫ້​ປີ 2013 ​ໃນ​ນັ້ນ​ມີ​ບາງ​ຄາ​ດໝາຍ​ໃຫຍ່​ຄື; ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ຈຳນວນ​ຄົນ​ງານ​ເຂົ້າ​ຮ່ວມ​ການປະກັນ​ສັງຄົມ, ຫຼຸດ​ອັດຕາ​ຄອບຄົວ​ທຸກ​ຍາກ​​ໃນ​ທົ່ວ​ປະ​ເທດ... ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ໃຫ້​ກະຊວງ ​ແລະ ຂະ​ແໜງ​​ແຮງ​ງານ​ສືບ​ຕໍ່​ສຸມ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ບົນ​ຊ້ອນ, ປະສິດທິ​ຜົນ, ປະສິດທິພາບການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ສ້າງ​ລະບອບ​ລະບຽບການ, ​ເອກະສານນິຕິ​ທຳ. ຄຽງຄ້າງ​ນັ້ນ, ຕ້ອງ​ສືບ​ຕໍ່ມີບັນດາ​ມາດ​ຕະການທີ່​ມີ​ປະສິດທິ​ຜົນ​ ເພື່ອໜູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກຍາກ, ຫຼີກ​ຫຼ້ຽງ​ສະພາບຄວາມທຸກ​ຍາກ​ກັບ​ຕ່າວ​ຄືນ; ປະຕິບັດນະ​​ໂຍບາຍ​ບຳລຸງ​ສ້າງ​ວິຊາ​ຊີບ​ເປັນ​ຢ່າງ​ດີ ​ແລະ ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ, ​ໂດ​ຍສະ​ເພາະ​ແມ່ນ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ຄົນ​ງານ​ເຂດ​ຊົນນະບົດ.

ທ່າ​ນນາຍົກລັດຖະມົນຕີຊີ້​ແຈ້ງວ່າ; ຕ້ອງສືບ​ຕໍ່​ເອົາ​​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ແກ່​ຜູ້​ມີ​ຄຸນງາມຄວາມດີ​ເປັນ​ຢ່າງ​ດີ, ກວດກາ​ຄືນ ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ເປົ້າ​ໝາຍ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ຕ້ອງ​ໄດ້​ຊົມ​ໃຊ້​ລະບອບ​ບຸລິມະສິດ​ຈາກ​ພັກ, ລັດ. ​ເອົາ​ໃຈ​ໃສ່ປະຕິບັດ​ວຽກ​ງານ​ທ້ອນ​ໂຮມ​ອັດ​ຖິທະຫານ​ເສຍ​ສະຫຼະຊີວິດ​ເມື່ອ​ປະຕິບັດ​ໜ້າ​ທີ່ຢູ່​ລາວ ​ແລະ ກຳປູ​ເຈຍ.​...

ຂ່າວ/ບົດ​ອື່ນ