ກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ12ກ່ຽວກັບວຽກງານຂົນຂວາຍປະຊາຊົນ

ກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ12ກ່ຽວກັບວຽກງານຂົນຂວາຍປະຊາຊົນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
(ພາບ: TTXVN)

(vovworld) - ວັນ​ທີ 27/05 ຢູ່​ຮ່າ​ໂນ້ຍ ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ຈັດ​ຕັ້ງ​ກອງ​ປະຊຸມ​​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງພັກ ​ແລະ ບັນດາຄຳ​ສັ່ງ, ສະຫຼຸບ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາສູນກາງ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ຊາດ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ມີ​ການ​ປະກອບ​ສ່ວນ​ສຳຄັນ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແລະ ຖັນ​ແຖວ​ຜູ້​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ປະກອບສ່ວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ. ທ່ານ​ເລຂາທິກ​ານ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ປະຈຸ​ບັນ ບັນຫາ​ທີ່​ມີ​ຄວາມ​ໝາຍ​ຕັດສິນ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ພັກ ​ແລະ ປະຊາຊົນ ​ແມ່ນ​ພັກ​ຕ້ອງ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່, ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ; ​ເຄົາລົບ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ; ປັບປຸງ ​ແລະ ສ້າງ​ອົງການ​ຈັດ​ຕັ້ງ​ພັກ​ໃຫ້​ປອດ​ໃສ…​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະໜາ​ວ່າ: ບັນດາ​ຜູ້​ທີ່​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໂດຍ​ກົງ​ຄວນ​ຮັບ​ຮູ້, ​ເຂົ້າ​ໃຈ ​ແລະ ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງຕໍ່​ບັນ​ຫາ​ດັ່ງກ່າວ ​ເພື່ອ​ເຮັດສຳ​ເລັດຄວາມ​ຮັບຜິດ​ຊອບ​ທີ່ສຳຄັນ​ຂອງ​ຕົນ. ​

​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນດຽວ​ກັນ, ກອງ​ປະຊຸມ​ໄດ້​ປະຕິບັດ​ສຳ​ເລັດ​ໂຄງການ​ດຳ​ເນີນ​ງານ​ທີ​່ໄດ້​ວາງ​ອອກ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​ສະ​ເໜີ​ບັນດາ​ອົງການ​ພັກ​ຮີບ​ເຮັ່ງ​ຊາບ​ຊຶມ, ​​ເຜີຍ​ແຜ່​ເຖິງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ບັນດາ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ​ແລະ ບັນດາ​ເອກະສານ​ສຳຄັນ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ພ້ອມ​ທັງ​ນຳ​ເນື້ອ​ໃນ​ວຽກ​ງານ​ຂົນ​ຂວາຍປະຊາຊົນ​ໃນ​ມະຕິ​ກອງ​ປະ​ຊຸມ​​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ເຂົ້າ​ໂຄງການ​ເຄື່ອນ​ໄຫວ​ຂອງ​ທ້ອງ​ຖິ່ນ, ຫົວໜ່ວຍ​ເພື່ອ​ແນ​ໃສ່​ຫັນປ່ຽນ​ສະຕິ​ຄວາມຮັບ​ຮູ້​ໃນ​ທົ່ວ​ລະບົບ​ການ​ເມືອງ​ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ