ກອງປະຊຸມຜັນຂະຫຍາຍວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2018

(VOVWORLD) - ໃນຕອນເຊົ້າວັນທີ 15 ມັງກອນ, ຢູ່ ຮ່າໂຮ້ຍ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.
ກອງປະຊຸມຜັນຂະຫຍາຍວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2018 - ảnh 1 ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ (ພາບ: VGP)

ໃນປີ 2017 ຂະແໜງອຸດສາຫະກຳ ແລະ ການຄ້າ ບັນລຸໄດ້ບັນດາຜົນງານຢ່າງຕັ້ງໜ້າ ແລະ ຮອບດ້ານໃນວຽກງານຕ່າງໆ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານທີ່ບັນລຸໄດ້ໃນຂົງເຂດເສດຖະກິດ - ສັງຄົມລວມຂອງທົ່ວປະເທດໃນປີ 2017. ພົ້ນເດັ່ນແມ່ນດັດຊະນີຜະລິດອຸດສາຫະກຳທົ່ວຂະແໜງເພີ່ມຂຶ້ນ 9.4%, ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງສືບຕໍ່ຮັບຮູ້ການເຕີບໂຕສູງ, ເປັນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕລວມຂອງທົ່ວຂະແໜງອຸດສາຫະກຳໃນປີ 2017. ນີ້ແມ່ນເທື່ອທຳອິດທີ່ການສົ່ງອອກຂອງ ຫວຽດນາມ ໄດ້ລື່ນກາຍຄາດໝາຍແມ່ນ 200 ຕື້ USD, ດ້ວຍລະດັບເຕີບໂຕຫຼາຍກວ່າ 21%. ວຽກງານຄົ້ນຫາກາລະໂອກາດຈາກຄຳໝັ້ນສັນຍາເຊື່ອມໂຍງໄດ້ຮັບກັນປະຕິບັດຢ່າງມີປະສິດທິຜົນກວ່າເມື່ອທຽບໃສ່ຫຼາຍປີກ່ອນ. ໃນທຸກຕະຫຼາດເຊິ່ງ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ FTA ລ້ວນແຕ່ບັນລຸລະດັບເຕີບໂຕທີ່ໂດດເດັ່ນນີ້…

        ເພື່ອສູ້ຊົນເຮັດສຳເລັດ ແລະ ລື່ນກາຍບັນດາຕົວເລກຄາດໝາຍແຜນການໃນປີ 2018, ກະຊວງອຸດສາຫະກຳ ແລະ ການຄ້າກຳນົດສຸມໃສ່ເຂົ້າບັນດາກຸ່ມໜ້າທີ່ຈຸດສຸມຄື: ຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາການຄ້າພາຍໃນປະເທດໄລຍະເຖິງປີ 2025 ຢ່າງມີປະສິດທິຜົນ ແລະ ກຳນົດທິດທາງເຖິງປີ 2035; ສືບຕໍ່ຍູ້ໄວວິວັດທະນາການຫັນເປັນຫຸ້ນສ່ວນ, ຖອນທຶນຂອງລັດ ແລະ ສ້າງໂຄງປະກອບບັນດາລັດວິສາຫະກິດທີ່ຂຶ້ນກັບຂະແໜງອຸດສາຫະກຳ ແລະ ການຄ້າຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ