ກອງປະຊຸມຜັນຂະຫຍາຍວຽກງານປີ 2019 ຂອງຂະແຫນງໄອຍະການປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 8 ມັງກອນຢູ່ ຮ່າໂນ້ຍ, ໄອຍະການປະຊາຊົນ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານປີ 2019. ເຂົ້າຮ່ວມກອງປະຊຸມ ມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ.

ກອງປະຊຸມຜັນຂະຫຍາຍວຽກງານປີ 2019 ຂອງຂະແຫນງໄອຍະການປະຊາຊົນ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະເຫນີວ່າ: ຂະແຫນງໄອຍະການ ສືບຕໍ່ຊາບຊືມ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດ ແລະ ບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບຂົງເຂດຕຸລາການໃຫ້ມີປະສິດທິຜົນ. ຂະແຫນງໄອຍະການຄວນເປັນເຈົ້າການເພື່ອວາງອອກມາດຕະການຍົກສູງ ຄຸນນະພາບ, ປະສິດທິຜົນວຽກງານກວດການເຄື່ອນໄຫວດ້ານຕຸລາການ. ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະເຫນີວ່າ:

“ຂະແຫນງໄອຍະການ ສືບຕໍ່ເປັນເຈົ້າການ, ສົມທົບຍູ້ໄວຄວາມຄືບຫນ້າການສືບສວນສອບສວນ, ສັ່ງຟ້ອງ, ພິພາກສາບັນດາຄະດີສໍ້ລາດບັງຫລວງ, ຄະດີເສດຖະກິດທີ່ຫາງສຽງສົນໃຈຢ່າງທັນການ. ເພີ່ມທະວີກຳລັງຄວາມສາມາດ, ຮັບປະກັນໃຫ້ອົງການສືບສວນສອບສວນຂອງໄອຍະການປະຊາຊົນສູງສຸດກາຍເປັນເຄື່ອງມືທີ່ມີປະສິດທິຜົນເພື່ອສະກັດກັ້ນ, ປ້ອງກັນເຫດບັນດາການກະທຳລະເມີດການເຄື່ອນໄຫວດ້ານຕຸລາການ ແລະ ການສໍ້ລາດບັງຫລວງ.”

ທ່ານນາງປະທານສະພາແຫ່ງຊາດ ກໍ່ສະເຫນີ ຂະແຫນງໄອຍະການ ເພີ່ມທະວີການຮ່ວມມືສາກົນໃນຂົງເຂດຕຸລາການ, ຕໍ່ສູ້ກັບບັນດາອາດຊະຍາກຳຂ້າມຊາດ ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ, ການຄ້າເຖື່ອນ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ