ກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນຕ້ານພະຍຸນ້ຳຖ້ວມປີ 2014

ກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນຕ້ານພະຍຸນ້ຳຖ້ວມປີ 2014 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈູງ​ຫາຍ
ໄດ້​ເປັນ​ປະທານ​ກອງ​ປະຊຸມ
(ພາບ: chinhphu.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 04/04, ຢູ່​ດ່າ​ນັ້ງ, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ​ແລະ ຕ້ານພະຍຸ​ນ້ຳ​ຖ້ວມ​ສູນ​ກາງ, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການຊອກ​ຫາ​ກູ້​ໄພ​ກູ້​ຊີບ, ​ໄດ້​ຈັ​ດກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ຕ້ານພະຍຸ​ນ້ຳ​ຖ້ວມປີ 2013, ຜັນ​ຂະຫຍາຍ​ວຽກ​ງານ​ປ້ອງ​ກັນ​ຕ້ານພະຍຸ​ນ້ຳ​ຖ້ວມ ປີ 2014. ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈູງ​ຫາຍ ໄດ້​ເປັນ​ປະທານ​ກອງ​ປະຊຸມ.

        ກອງ​ປະຊຸມ​ໃຫ້​ຂໍ້​ສັງ​ເກດວ່າ, ປີ 2013 ບັນດາ​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ປ້ອງ​ກັນ​, ຈັດ​ຕັ້ງ​ການ​ຮັບ​ມື ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ​ຢ່າງຮອບດ້ານ. ຄາດ​ວ່າ, ປີ 2014 ຈະມີ​ພະຍຸ 9 – 10 ລູກ ​ແລະ ຄວາມ​ດັ່ນອາກາດ​ຕໍ່າ​ພວມ​ເຄື່ອນ​ໄຫວ​ບົນ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ພະຍຸ 4 – 5 ລູກ​ຈະ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຫວຽດນາມ. ​ສະ​ນັ້ນ, ​ເພື່ອ​ແນ​ໃສ່​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ໃນ​ປີ 2014, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວ່າງ​ຈູງ​ຫາຍ, ຫົວ​ຫນ້າ​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ​ຕ້ານ​ພະຍຸ​ນ້ຳ​ຖ້ວມ​ສູນ​ກາງ ສະ​ເໜີ​ໃຫ້​ບັນດາ​ຂະ​ແໜງການ, ທ້ອງ​ຖິ່ນ ຕ້ອງ​ປະຕິບັດ​ທິດ​ທາງ “​ເປັນ​ເຈົ້າ​ການ​​ປ້ອງ​ກັນ, ຮັບ​ມື​ຢ່າງ​ທັນ​ການ, ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ ​ແລະ ມີ​ປະສິດທິ​ຜົນ”, ກວດ​ກາ​ຄືນ ​ແລະ ບູລະນະສ້ອມແປງບັນດາ​ກິດຈະກຳ​ຄັນ​ຄູ, ອ່າງເກັບນ້ຳ, ທາງ​ຄົມມະນາຄົມ​.... ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ