ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ທູດ​ເສດ​ຖະ​ກິດ​ປີ 2023

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ໃນໄລຍະຜ່ານມາ, ຂະແໜງການທູດ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາໜ້າທີ່ການທູດເວົ້າລວມ, ວຽກງານການທູດເສດຖະກິດເວົ້າສະເພາະຢ່າງທັນການ, ປະກອບສ່ວນໃຫ້ແກ່ບັນດາປະເທດ ໃນການຟື້ນຟູ ແລະ ພັດທະນາ, ບັນລຸໄດ້ໝາກຜົນຫຼາຍຢ່າງໃນຫຼາຍຂົງເຂດ.
ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ທູດ​ເສດ​ຖະ​ກິດ​ປີ 2023 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການກະທຳຂອງລັດຖະບານ ກ່ຽວກັບການທູດເສດຖະກິດປີ 2023. ກອງປະຊຸມໄດ້ເຊື່ອມຕໍ່ກັບສຳນັກງານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ໃນໄລຍະຜ່ານມາ, ຂະແໜງການທູດ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາໜ້າທີ່ການທູດເວົ້າລວມ, ວຽກງານການທູດເສດຖະກິດເວົ້າສະເພາະຢ່າງທັນການ, ປະກອບສ່ວນໃຫ້ແກ່ບັນດາປະເທດ ໃນການຟື້ນຟູ ແລະ ພັດທະນາ, ບັນລຸໄດ້ໝາກຜົນຫຼາຍຢ່າງໃນຫຼາຍຂົງເຂດ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະພັດທະນາໃໝ່, ການຮຽກຮ້ອງຕ້ອງການ, ໜ້າທີ່ວາງອອກໃນວຽກງານການທູດ, ເຊື່ອມໂຍງເຂົ້າກັບສາກົນ, ການທູດ ເສດຖະກິດເພື່ອຮັບໃຊ້ການພັດທະນາປະເທດ ທີ່ນັບມື້ນັບມີ ສູງກ່ວານີ້ອີກ.

        ຢູ່ກອງປະຊຸມ, ບັນດາລັດຖະມົນຕີ, ການນຳບັນດາກະຊວງ, ສະຖານທູດ, ຫົວໜ້າອົງການຕ່າງໜ້າ ຫວຽດນາມ ປະຈຳ ຕ່າງປະເທດພ້ອມກັບການນຳບັນດາທ້ອງຖິ່ນ, ວິສາຫະກິດປຶກສາຫາລື, ປະກອບຫຼາຍຄຳເຫັນ, ວິທີການແກ້ໄຂເພື່ອຜັນຂະຫຍາຍໂຄງການກະທຳຂອງລັດຖະບານກ່ຽວກັບການທູດເສດຖະກິດໃນປີນີ້ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ