ກອງປະຊຸມຜັນຂະຫຍາຍໜ້າທີ່2016ຂອງຄະນະກຳມະການປ້ອງກັນຄວາມສະຫງົບທາງການບິນພົນລະເຮືອງແຫ່ງຊາດ

ກອງປະຊຸມຜັນຂະຫຍາຍໜ້າທີ່2016ຂອງຄະນະກຳມະການປ້ອງກັນຄວາມສະຫງົບທາງການບິນພົນລະເຮືອງແຫ່ງຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮວາງ​ຈູງ​ຫາຍ
(ພາບ: VGP/NguyenLinh)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 23/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮວາງ​ຈູງ​ຫາຍ, ປະທານ​ຄະນະ​ກຳມະການປ້ອງ​ກັນ​ຄວາມ​ສະຫງົບທາງ​ການບິນ​ພົນລະ​ເຮືອນແຫ່ງ​ຊາດ ​ເປັນ​ປະທານ​ກອງ​ປະຊຸມ​ສະຫລຸບ 5 ປີ ​ແລະ ຄາດ​ຄະ​ເນ​ແຜນ​ການວຽກ​ງານ​ປີ 2016 ຂອງ​ຄະນະກຳມະການ. ບົດ​ລາຍ​ງານ​ຢູ່​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ​ໃນ 5 ປີຜ່ານມາ ວຽກ​ງານຮັບປະກັນ​ຄວາມ​ສະຫງົບ​ທາງ​ການບິນ ​ໄດ້​ຮັບ​ການຮັກ​ສາ​​ໄວ້​ຢ່າງ​ໝັ້ນຄົງ​ໂດຍພື້ນຖານ, ​ເຫດທີ່​ເກີດຂຶ້ນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ການ. ຂະ​ແໜງ​ການບິນ​ສືບຕໍ່ພັດທະນາ​ຢ່າງ​​ກ້ວາງຂວາງ ​ແລະ ​ເລິກ​ເຊິ່ງ, ​​ໃນ​ຕະຫລອດ 17 ປີ ລຽນຕິດ ບໍ່​ປະໃຫ້​ເກີດອຸບັດ​ຕິ​ເຫັດທາງ​ການບິນ​ໃດໆ. ທ່ານ ດິງລາ​ທັງ ລັດຖະມົນຕີ​ວ່າການກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໃຫ້​ຮູ້​ວ່າ:

        “ສືບ​ຕໍ່​ຍົກ​ລະດັບ​ໂຄງ​ປະກອບ​ໂຄງ​ລ່າງພາຫະນະອຸປະ​ກອບ​ການບິນ​ຕາມ​ທິດ​ທັນ​ສະ​ໄໝ. ສຸມ​ໃສ່​ນຳ​ໃຊ້​ເຕັກ​ໂນ​ໂລຢີສື່ສານ, ປັງ​ປຸງ​ຮົ້ວປ້ອງ​ກັນ​ຄວາມ​ສະຫງົບທີ່ທັນ​ສະ​ໄໝບັນລຸ​ມາດຕະຖານ​ຢ່າງ​ຄົບ​ຖ້ວນ ມີ​ລະບົບ​ແສງ​ເຍືອງທາງລາດຕະ​ເວນ, ທາງບົກ”. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່ ຍູ້​ແຮງ​ວຽກ​ງານຮັບປະກັນ​ຄວາມ​ສະຫງົບປອດ​ໄພທາງການບິນ​ ​ແລະ ປ້ອງ​ກັນ, ສະກັດ​ກັ້ນ​ການ​ກະທຳ​ແຊກ​ແຊງ​ເຂົ້າ​ການ​ເຄື່ອນ​ໄຫວ​ທາງການບິນຢ່າງ​ຜິດ​ກົດໝາຍ.

ຂ່າວ/ບົດ​ອື່ນ