ກອງປະຊຸມຜັນຂະຫຍາຍໜ້າທີ່ຂອງບັ້ນຂົນຂວາຍ“ຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”

ກອງປະຊຸມຜັນຂະຫຍາຍໜ້າທີ່ຂອງບັ້ນຂົນຂວາຍ“ຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” - ảnh 1
ກອງ​ປະຊຸມຜັນ​ຂະຫຍາຍ​ໜ້າ​ທີ່​ຂອງ​ບັ້ນ​ຂົນຂວາຍ
“ຊາວ​ຫວຽດນາມ​ບຸລິມະສິດ​ຊົມໃຊ້​ສິນຄ້າ​ຫວຽດນາມ”


(vovworld) – ທີ່​ກອງ​ປະຊຸມຜັນ​ຂະຫຍາຍ​ໜ້າ​ທີ່​ຂອງ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ” ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/2, ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍ​ຢັ້ງຢືນ​ໃນ​ປີ​ທີ 5 ປະຕິບັດ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ​ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ”, ຈະ​ມີ​ບັນດາ​ມາດ​ຕະການ​ຈຸດ​ສຸມ​ເພື່ອ​ໃຫ້​ບັ້ນ​ຂົນ​ຂວາ​ຍນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ ​ແລະ ຢັ້ງຢືນ​ຄຸນ​ນະພາ​ບຂອງ​ສິນຄ້າ, ບໍລິການ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ, ຍົກ​ສູງ​ປະສິດ​ທິຜົນ​ການ​ຄຸ້ມ​ຄອງ​ລັດ, ສ້າງ​ຕະຫຼາດ​​ໃຫ້ສົດໃສ, ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ຜະລິດ, ດຳ​ເນີນ​ທຸລະ​ກິດ. ນອກ​ຈາກ​ນັ້ນ, ຄະນະ​ຊີ້ນຳສູນ​ກາງ​ຖື​ວ່າ: ຄວນ​ເສີມ​ຂະຫຍາຍ​ພາລະ​ບົດບາດ​ຂອງ​ແນວ​ໂຮມປະເທດຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການຈັດ​ຕັ້ງ​ສັງຄົມ, ວິຊາ​ຊີບ​ກ່ວາ​ອີກ ​ໃນ​ການ​ສ້າງ​ວັດທະນະທຳ​ບໍລິ​ໂພ​ກອຸປະ​ໂພ​ກຂອງ ຊາວ​ຫວຽດນາມ ​ໃນ​ໄລຍະ​ໃໝ່. ພ້ອມ​ກັນ​ນັ້ນ, ສົມທົບ​ກັບ​ລັດຖະບານ, ບັນດາ​ກະຊວງ, ຂະ​​ແໜງ​ການ, ອົງການ​ຈັດ​ຕັ້ງ​ທີ່​ຂຶ້ນ​ກັບ​ລັດຖະບານ ຜັນ​ຂະ​ຫຍາ​ຍສ້າງ​ຍຸດ​ທະ​ສາດການ​ເຄື່ອນ​ໄຫວ​ແຫ່ງ​ຊາດ “ຊາວ​ຫວຽດນາມ​ບຸລິມະສິດຊົມ​ໃຊ້​ສິນຄ້າ​ຫວຽດນາມ” ຮອດ​ປີ 2020.

    ​ໃນ​ປີ 2013, ເພື່ອຜັນ​ຂະຫຍາຍ​ປະຕິບັດ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ​ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ”, ຄະນະ​ປະຈຳ​ບັ້ນ​ຂົນຂວາຍ​ໄດ້​ຍູ້​ແຮງ​ວຽກ​ງານຖະ​ແຫຼ​ງຂ່າວ, ​ໂຄສະນາ ​ສິນຄ້າ, ບໍລິການ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ