ກອງປະຊຸມຜັນຂະຫຍາຍໜ້າທີ່ປີ2017ຂອງຄະນະສາສະໜາລັດຖະບານ

ກອງປະຊຸມຜັນຂະຫຍາຍໜ້າທີ່ປີ2017ຂອງຄະນະສາສະໜາລັດຖະບານ - ảnh 1
ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016, ຜັນ​ຂະຫຍາຍ​
ໜ້າ​ທີ່​ປີ 2017 ຂະ​ແໜງ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສາສະໜາ
(ພາບ: btgcp.gov.vn)

(vovworld) -  ຕອນ​ເຊົ້າ​ວັນ​ທີ 28/12 ຢູ່ ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ ຫວຽດນາມ, ຄະນະ​ສາສະໜາ​ລັດຖະບານ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017 ຂະ​ແໜງ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສາສະໜາ. ປີ 2016 ຄະນະ​ສາສະໜາລັດຖະບານ ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ຫລາຍ​ຢ່າງ, ສິ່ງທີ່​ເປັນ​ໜ້າ​ສົນ​ໃຈ​​ແມ່ນ​​ເປັນເສນາ​ທິການ​ໃຫ້​ລັດຖະບານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຫລື້ອມ​ໃສສາສະໜາ ​ເຊິ່ງ​​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່​ງຊາດ​ຊຸດ​ທີ 14; ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 7 ຊຸດ​ທີ 11 ກ່ຽວ​ກັບ​ວຽກ​ງານ​ສາສະໜາ ​ແລະ ​ແຜນ​ຮ່າງ “ນະ​ໂຍບາຍ​ສັງ​ລວມກ່ຽວ​ກັບ​ການ​ເຫລື້​ອມ​ໃສ, ສາສະໜາ​ຢູ່ ຫວຽດນາມ”. ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຜ່ານ​ນັ້ນ ປະຕິບັດ​ບົດບາດການ​ກຳນົດ​ທິດ ​ແລະ ສົ່ງຜົນ​ກະທົບ​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ບັນດາ​ສາສະໜາ​ນັບ​ມື້​ນັບ​ໃກ້ຊິດຕິດ​ແທດ, ຮ່ວມ​ເດີນ​ທາງພ້ອມກັບປະ​ເທ​ດຊາດ.

 

ຂ່າວ/ບົດ​ອື່ນ