ກອງປະຊຸມຜູ້ແທນຊາວ ກະສິກອນ ຜະລິດ ດຳເນີນທຸລະກິດເກັ່ງຄັ້ງທີ 4

ກອງປະຊຸມຜູ້ແທນຊາວ ກະສິກອນ ຜະລິດ ດຳເນີນທຸລະກິດເກັ່ງຄັ້ງທີ 4 - ảnh 1
ຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: hoinongdan.org)

(vovworld) - ກອງ​ປະຊຸມ​ຜູ້​ແທນ​ຊາວ​ກະ​ສິກ​ອນຜະລິດ ດຳ​ເນີນ​ທຸລະ​ກິດ​ເກັ່ງ​ທົ່ວ​ປະ​ເທດ​ຄັ້ງ​ທີ 4 ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/5, ຢູ່​ຮ່າ​ໂນ​້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ແລະ ຊາວ​ກະສິກອນ​ທີ່​ດີ​ເດັ່ນ​ກ່ວາ 300 ຄົນ​ທີ່​ຕາງໜ້າ​ໃຫ້​ແກ່​ຊາວ​ກະສິກອນ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ເກັ່ງ​ຂອງ​ຫວຽດນາມ ກ່ວາ 4 ລ້ານ​ຄົນ. ​ໃນ 5 ປີຜ່ານມາ, ຈຳນວນ​ຄອບຄົວ​ຊາວ​ກະສິກອນທີ່​ມີ​ລາຍ​ຮັບ​​ 200 ລ້ານ​ດົ່ງຕໍ່​ປີ ​ເພີ່ມຂຶ້ນ​ທົບ 3 ​ເທົ່າ, ຈຳນວນ​ຄອບຄົວ​ທີ່ມີ​ລາຍ​ຮັບ​ກ່ວາ 1 ຕື້​ດົ່ງຕໍ່ປີ ​ເພີ່ມຂຶ້ນ​ທົບ 5 ​ເທົ່າ​ເມື່ອ​ທຽງ​ໃສ່​ໄລຍະ​ກ່ອນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ເນັ້ນ​ໜັກ​ວ່າ:

“ບັນດາ​ຜູ້​ແທນ​ແມ່ນ​ຕົວ​ແທນ​ໃຫ້​ແກ່​ຊາວ​ກະສິກອນ​ດຳ​ເນີນ​ທຸລະ​ກິດ​ເກັ່ງນັບ​ລ້ານ​ຄົນ, ທີ່​ໄດ້ຜ່ານ​ຜ່າ​ຄວາມ​ອຶດ​ຫິວ​ທຸກ​ຍາກ ພວມ​ສ້າງຊີວິດ​ການ​ເປັນ​ຢູ່​ທີ່​ອິມໜຳ​ສຳ​ລານ, ມີ​ຄວາມ​ຜາ​ສຸກ ​ແລະ ກໍ່​ແມ່ນ​ຕົວ​ແທນ​ໃຫ້​ແກ່​​ເຈດ​ຈຳນົງ, ມານະ​ຈິດ​ຂອງ​ຊາວ​ກະສິກອນ​ຫວຽດນາມ. ກຳລັງ​ປະຕິວັດ​ໃນ​ປະຫວັດສາດ​ກໍ​ມາ​ຈາກ​ຊາວ​ກະ​ສິກ​ອນ. ​ໃນ​ສະ​ໄໝ​ໃດ ພັກ​ເຮົາ​ກໍ​ກຳນົດ​ວ່າ ຊາວ​ກະສິກອນ​ແມ່ນ​ກຳລັງ​ພື້ນຖານ​ເຮັດ​ການ​ປະຕິວັດ ​ເຖິງ​ວ່າ​ໃນ​ໄລຍະ​ປົດ​ປ່ອຍ​ຊາດ, ຫຼື​ໄລຍະ​ຫັນ​​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​, ກໍ່ສ້າງລັດທິ​ສັງຄົມ​ນິຍົມ”

        ຕາມ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລ້ວ, ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຄວນ​ສືບ​ຕໍ່​ສຸມ​ໃສ່​ຊີ້​ນຳ​ບັນດາ​ຂະ​ບວນການ​ຂອງ​ຊາວ​ກະສິກອນ ​ເພື່ອ​ໃຫ້​ຂະ​ບວນການ​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ມີ​ກຳລັງ​ແຜ່​ຂະຫຍາຍ​ໃຫຍ່​ຫຼວງ ​ແລະ ບັນລຸ​ປະສິດທິ​ຜົນ​ສູງ, ປະກອບສ່ວນ​ຢ່າງ​​ແທ​ດຈິງ​ເຂົ້າ​ໃນ​ການ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ