ກອງ​ປະຊຸມຝຶກ​ອົບຮົມ, ​ເຜີຍ​ແຜ່​ກົດໝາຍ​ກ່ຽວ​ກັບ​ຊາຍ​ແດນ ​ໃຫ້​ແກ່​ປະຊາຊົນຢູ່​ເຂດ​ຊາຍແດນ ຫວຽດນາມ - ລາວ

ກອງ​ປະຊຸມຝຶກ​ອົບຮົມ, ​ເຜີຍ​ແຜ່​ກົດໝາຍ​ກ່ຽວ​ກັບ​ຊາຍ​ແດນ ​ໃຫ້​ແກ່​ປະຊາຊົນຢູ່​ເຂດ​ຊາຍແດນ ຫວຽດນາມ - ລາວ - ảnh 1
ທ່ານ ​ເຈືອງ​ມິ​ງຕ໋ວນ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ
(ພາບ: dangcongsan.vn)


(vovworld) - ມີ​ຜູ້​ແທນ​ກວ່າ 200 ຄົນ ​ເຊິ່ງແມ່ນ​ກາ​ນນຳ​ຂັ້ນ​ເມືອງ, ຕາ​ແສງ ​ແລະ ເຈົ້າ​ກົກ​ເຈົ້າ​ເຫລົ່າ, ນາຍບ້ານ, ຜູ້ມີ​ອິດ​ທິພົນຊື່​ສຽງ, ທະຫານ​ຊາຍ​ແດນ​ຢູ່​ບັນດາ​ຕາ​​ແສງ, ບັນດາ​ເມືອງ​ເຂດ​ຊາຍ​ແດນ​ແຂວງ ​ເຫ້ງອານ, ຮ່າ​ຕິ້ງ ທີ່ມີເສັ້ນຊາຍແດນຕິດ​ກັບລາວ, ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມຝຶກ​ອົບຮົມ, ​ເຜີຍ​ແຜ່​ກົດໝາຍ​ກ່ຽວ​ກັບ​ຊາຍ​ແດນ ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ຫຼັກ​ແຫຼ່ງຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ​ເຈືອງ​ມິ​ງຕ໋ວນ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ​ໃຫ້​ຮູ້​ວ່າ, ຍາມ​ໃດລັດຖະບານ 2 ປະ​ເທດ ກໍ່​ກຳນົດ​ບົດບາດ​ຂອງ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ, ປະຊາຊົນ​​ເຂດ​ຊາຍ​ແດນ, ບັນດາຊົນເຜົ່າທີ່​ພວມ​ດຳລົງ​ຊີວິດ​ຢູ່ 2 ຟາກ​ຊາຍ​ແດນ, ພິ​ເສດ​ແມ່ນ​ຖັນ​ແຖວ​ພະນັກງານ​ຂັ້ນ​ຮາກ​ຖານ, ເຈົ້າ​ກົກ​ເຈົ້າ​ເຫລົ່າ, ນາຍບ້ານ, ທະ​ການ​ຊາຍ​ແດນ ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ​ເສັ້ນ​ສາຍ​ແດນ, ຫຼັກໝາຍ​ຊາຍ​ແດນ​ຂອງ 2 ປະ​ເທດ, ​ເພີ່ມ​ພູນ​ຄຸນ​ສ້າງ​ສາຍພົວພັນທີ່ເປັນມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ທ່ານ ເຈືອງ​ມິ​ງຕ໋ວນ ​​ເນັ້ນ​ໜັກ​ວ່າ.

        “ບັນດາ​ຜູ້​ທີ່​ມີ​ອິດທິຜົນ​ຊື່​ສຽງ ​ແລະ ທະຫານ​ຊາຍ​ແດນ ນັບ​ມື້ນັບ​ໄດ້​ຮັບ​ການ​ພັດທະນາບົດບາດ​ຂອງ​ຕົນ​ໃນ​ວຽກ​ງານ​ຊາຍ​ແດນ​ຫຼາຍ​ກ່ວ​າອີກ. ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ ຈະ​ບັນລຸ​ໄດ້ຜົນ​ງານ​ສູງ ຖ້າ​ຫາກ​ບັນດາ​ຜູ້​ມີ​ອິດທິຜົນ​ຊື່​ສຽງ​ຢູ່​ບ້ານ​ຮ່ວມ​ແຮງ, ຮ່ວມ​ໃຈ, ​ເປັນ​ແບບຢ່າງ​ໃຫ້​ແກ່​ປະຊາຊົນ​ໃນ​ບັນດາ​ການ​ເຄື່​ອຮ​ໄຫວ​ຢ່າງ​ລະອຽດ, ​ແທດ​ຈິງ ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ຫຼັກ​ໝາຍ​ຊາຍ​ແດນ, ​ເຮັດ​​ໃຫ້​ບ້ານ​ເກີດ​​ເມືອງ​ນອນ​ຮັ່ງມີ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ອັນ​ດີງາມ​ກັບ​ປະຊາຊົນ​ລາວບັນດາ​ເຜົ່າ​.”

ຂ່າວ/ບົດ​ອື່ນ