ກອງປະຊຸມຝຶກອົບຮົມໂຄສະນາເຜີຍແຜ່ກົດໝາຍກ່ຽວກັບເຂດຊາຍແດນທາງບົກຫວຽດນາມ - ລາວ

ກອງປະຊຸມຝຶກອົບຮົມໂຄສະນາເຜີຍແຜ່ກົດໝາຍກ່ຽວກັບເຂດຊາຍແດນທາງບົກຫວຽດນາມ - ລາວ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 29 ສິງຫາ, ຢູ່​ນະຄອນ​ດ້ຽນບຽນ​ຝູ, ​ແຂວງ​ດ້ຽນບຽນ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຈັດ​ກອງປະຊຸມໂຄສະນາ​ ເຜີຍ​ແຜ່​ກົດໝາຍ​ກ່ຽວ​ກັບ​​ເຂດ​ຊາຍ​ແດນທາງ​ບົກ​ລະຫວ່າງຫວຽດນາມ - ລາວ. ມີ​ຜູ້​ແທນ​ 200 ກ່ວາຄົນແມ່ນ​ການ​ນຳ​ບັນດາ​ກະຊວງ, ອຳນາດ​ການ​ປົກຄອງ ​ແລະ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ 2 ​ແຂວງ ດ້ຽນບຽນ ​ແລະ ​ເຊີນ​ລາ; ຜູ້ຕາງ​ໜ້າ​ຖັນ​​ແຖວ​ນາຍບ້ານ, ຜູ້​ມີ​ອິດທິຜົນ​ຊື່​ສຽງ​ຢູ່ 9 ​ເມືອງ, 46 ຕາ​ແສງ​ເຂດ​ຊາຍ​ແດນ​ຂອງ 2 ​ແຂວງໄດ້​ເຂົ້າ​ຮ່ວມຢ່າງພ້ອມພຽງ.

        ​ເນື້ອ​ໃນ​ເຊິ່ງ​ໄດ້​ຮັບ​ການ​ໂຄສະນາ​​ໃນ​ກອງ​ປະຊຸມ​ແມ່ນ: ບັນດາ​ເອກະສານນິຕິກຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ​ແລະ ໝາກຜົນ​ຂອງ​ວຽກງານ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ ລະບົບ​ຫຼັກ​ໝາຍ​ຊາຍ​ແດນ; ສະພາບ​ເສດຖະກິດ​ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ... ພັນ​ເອກ ຮ່ວາງ​ມິ​ງຕ໋ວນ, ຮອງ​ຫົວ​ໜ້າຜູ້​ບັນຊາການ​ທະຫານ​ຊາຍ​ແດນ​ແຂວງ​ດ້ຽນບຽນ ​ໃຫ້​ຮູ້​ວ່າ.

        “​ໃນ​ຊຸມ​ປີຜ່ານມາ, ວຽກ​ງານ​ຈັດ​ຕັ້ງ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ​ບັນລຸ​ໄດ້​ບັນດາ​ໝາກຜົນ​ດີ, ອະທິປະ​ໄຕ​ຜື້ນແຜ​ນດິນ​ໄດ້​ຮັບ​ການ​ຮັກສາ​, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ການ​ເມືອງ, ສັງຄົມ ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ໝັ້ນຄົງ. ​ເພື່ອ​ບັນລຸ​​ໄດ້​ບັນດາ​ຜົນງານ​ດັ່ງກ່າວ ໄດ້ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ອາ​ໄສ​ຢູ່​ເຂດ​ຊາຍ​ແດນ, ​ໃນ​ນັ້ນ​ມີບົດບາດ​ສຳຄັນ​ຂອງພະນັກງານ​ອຳນາດ​ການ​ປົກຄອງ, ບັນດາ​ຕາ​ແສງ, ບ້ານ ​ແລະ ນາຍບ້ານ, ຜູ້​ມີ​ອິດທິຜົນ​ຊື່​ສຽງຢູ່​ບັນດາ​ຕາ​ແສງ​ຕິດ​ກັບເຂດ​ຊາຍ​ແດນ. ​ໃນ​ຊຸມ​ປີຜ່ານມາ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ດ້ຽນບຽນ  ​ໄດ້​ດຳເນີນບັນດາຂະ​ບວນການ​ປ້ອງກັນ​ເຂດ​ຊາຍ​ແດນ​ດ້ວຍ​ຕົນ​ເອງ, ໃນ​ປະຈຸ​ບັນ​​ພວກ​ຂ້າພະ​ເຂົ້າ​ພວມ​ຜັນ​ຂະຫຍາຍ​ຢູ່​ທຸກໆ​ຕາ​ແສງ​ເຂດ​ຊາຍ​ແດນ​”.

ຂ່າວ/ບົດ​ອື່ນ