ກອງ​ປະ​ຊຸມ​ພົບ​ປະ​ເຈລະຈາ​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ ລະ​ຫວ່າງ​ສອງ​ແຂວງ ກວ໋າງ​ຈິ - ສະ​ຫວັນ​ນະ​ເຂດ

(VOVWORLD) - ຄະນະຜູ້ແທນສອງແຂວງ ກວ໋າງຈິ ແລະ ສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກກອງປະຊຸມ ດ້ວຍບັນດາເນື້ອໃນຮ່ວມມືໃນປີ 2024. 
ກອງ​ປະ​ຊຸມ​ພົບ​ປະ​ເຈລະຈາ​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ ລະ​ຫວ່າງ​ສອງ​ແຂວງ ກວ໋າງ​ຈິ - ສະ​ຫວັນ​ນະ​ເຂດ - ảnh 1ຄະນະຜູ້ແທນສອງແຂວງ ກວ໋າງຈິ ແລະ ສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກກອງປະຊຸມ ດ້ວຍບັນດາເນື້ອໃນຮ່ວມມືໃນປີ 2024 (ພາບ:TTXVN)

ວັນທີ 13 ມັງກອນ, ກອງປະຊຸມພົບປະເຈລະຈາປະຈຳປີ 2023 ກ່ຽວກັບວຽກງານຊາຍແດນ ລະຫວ່າງ ຄະນະຜູ້ແທນສອງແຂວງ ກວ໋າງຈິ ຂອງ ຫວຽດນາມ ກັບ ແຂວງ ສະຫວັນນະເຂດ ຂອງ ລາວ ໄດ້ດຳເນີນຢູ່ນະຄອນ ດົງຮ່າ, ແຂວງ ກວ໋າງຈິ. ທີ່ກອງປະຊຸມ, ຄະນະຜູ້ແທນສອງແຂວງ ກວ໋າງຈິ ແລະ ສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກກອງປະຊຸມ ດ້ວຍບັນດາເນື້ອໃນຮ່ວມມືໃນປີ 2024. ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ປະຕິບັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດບັນດາເອກະສານນິຕິກຳສະບັບຕ່າງໆກ່ຽວກັບຊາຍແດນ ຫວຽດນາມ - ລາວ ໂດຍລັດຖະບານສອງປະເທດລົງນາມໃນປີ 2016 ໃຫ້ເປັນຢ່າງດີ. ສອງຝ່າຍກໍເຫັນດີເປັນເອກະພາບຊີ້ນຳບັນດາກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະ ບັນດາອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ຮ່ວມມືກັນຢ່າງແໜ້ນແຟ້ນ ໃນການແລກປ່ຽນບົດຮຽນປະສົບການ, ແບ່ງປັນຂໍ້ມູນຂ່າວສານໃນວຽກງານການທະຫານ - ການປ້ອງກັນຄວາມສະຫງົບ ແລະ ຊາຍແດນ; ສົມທົບກັນຕໍ່ສູ້, ສະກັດກັ້ນ ແລະ ແກ້ໄຂບັນດາກໍລະນີລະເມີດກົດໝາຍ ສົ່ງຜົນກະທົບຕໍ່ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ລະເມີດລະບຽບການຊາຍແດນ, ປ້ອງກັນ, ຕ້ານບັນດາການເຄື່ອນໄຫວເຂົ້າ - ອອກເມືອງຢ່າງຜິດກົດໝາຍ, ອົບພະຍົບແບບຊະຊາຍໃນເຂດຊາຍແດນ ໄດ້ຢ່າງທັນການ.

ບັນດາຂໍ້ຕົກລົງສຳຄັນທີ່ໄດ້ລົງນາມໃນກອງປະຊຸມພົບປະເຈລະຈາກ່ຽວກັບວຽກງານຊາຍແດນ ລະຫວ່າງແຂວງ ກວ໋າງຈິ - ສະຫວັນນະເຂດ ຄັ້ງນີ້ ຈະເປັນປະຖົມປັດໄຈເພື່ອໃຫ້ສາຍພົວພັນມິດຕະພາບ, ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງເວົ້າສະເພາະ ແລະ ສອງປະເທດເວົ້າລວມ ນັບມື້ນັບໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ