ກອງປະຊຸມພົບປະເຈລະຈາຂັ້ນລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ແລະ ຟີລິບປິນ

(VOVWORLD) - ນະທີ່ນີ້, 2 ຝ່າຍໄດ້ຢືນຢັນສືບຕໍ່ມານະພະຍາຍາມເພື່ອນຳການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ
ກອງປະຊຸມພົບປະເຈລະຈາຂັ້ນລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ແລະ ຟີລິບປິນ - ảnh 1(ທີ່ກອງປະຊຸມພົບປະ)

        ຕອນບ່າຍວັນທີ 30 ສິງຫາ, ຢູ່ນະຄອນຫຼວງ ມານີລາ, ຟີລິບປິນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ Gilberto Teodoro, ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ, ຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນກອງປະຊຸມພົບປະ.

        ນະທີ່ນີ້, 2 ຝ່າຍໄດ້ຢືນຢັນສືບຕໍ່ມານະພະຍາຍາມເພື່ອນຳການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ, ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ສົມທົບກັນສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ. 2 ຝ່າຍກໍ່ເຫັນດີຕໍ່ຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ; ຢືນຢັນຄືນໃໝ່ຫຼັກໝັ້ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ສິ້ນສຸດກອງປະຊຸມພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 2 ທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນຈົດໝາຍເຈດຈຳນົງກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດທາງທະເລ; ຈົດໝາຍເຈດຈຳນົງລະຫວ່າງ 2 ກະຊວງປ້ອງກັນປະເທດກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ.

ຕອບກັບ

ຂ່າວ/ບົດ​ອື່ນ