ກອງປະຊຸມພະນັກງານທົ່ວປະເທດກ່ຽວກັບວຽກງານກໍ່ສ້າງພັກປີ 2012

ກອງປະຊຸມພະນັກງານທົ່ວປະເທດກ່ຽວກັບວຽກງານກໍ່ສ້າງພັກປີ 2012 - ảnh 1

ວັນ​ທີ 11 ມັງກອນ ຢູ່ ຮ່າ​ໂນ້ຍ, ​ເຂົ້າ​ຮ່ວມ​​ ແລະ ​ກ່າວ​ຄຳ​ເຫັນ​ຢູ່​ທີ່​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ປີ 2012, ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟ໋ຈ້ອງ ຊີ້​ແຈງ​​ເຖິງຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ - ກອງ​ປະຊຸມ​ທຳ​ອິດ​ຂອງ​ອາຍຸ​ການ​ຊຸດ​ທີ 11, ວຽກ​ງານ​ຈັດ​ຕັ້ງ, ກໍ່ສ້າງ​ພັກ​ມີ​​ຫຼາຍ​ຢ່າງຈະ​ຕ້ອງ​ເຮັດ. ທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈງ​ວ່າ ​ໃນ​ສະພາບ​ການ​ຄື​ປະຈຸ​ບັນ ​ແລະ ຕໍ່​ນ້າບັນດາ​ໜ້າ​ທີ່​ໃໝ່​ຂອງ​ການປະຕິວັດ ຫວຽດນາມ ນັ້ນຈຳ​ເປັນ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​​ໃນການ​ຊີ້ນນຳພາຳ ​ແລະ ກຳລັງ​ຕໍ່ສູ້​ຂອງ​ພັກ, ວາງ​ອອກ​ບັນດາ​ໜ້າ​ທີ່​​ສຳລັບ​ວຽກ​ງານ​ກໍ່ສ້າງ​ພັກ​. ຖ້າ​ຫາກ​ພັກ​ເຮົາ​ບໍ່​ມີ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ແນວ​ຄິດ, ບໍ່​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ຢ່າງສູງ​ກ່ຽວ​ກັບ​​ເຈດ​ຈຳນົງ ​ແລະ ການ​ກະທຳ, ບໍ່​ມີ​ຄວາມ​ປອດ​ໃສ​ດ້ານຄຸນສົມບັດ, ບໍ່​ມີ​ໜັກ​ແໜ້ນ​ດ້ານ​ການຈັດ​ຕັ້ງ ​ແລະ ບໍ່ໄດ້​ຮັບການສະ​ໜັບສະ​ໜູນຈາກ​ປະຊາຊົນ​ພວກ​ເຮົາ​ຈະບໍ່​ສາມາດ​ຊີ້​ນຳນຳພາປະ​ເທດ​ຊາດ​ກ້າວ​ຂື້ນ​ໄດ້. ທ່ານ​ເລຂາທິການ​ໃຫຍ່​ໄດ້​ເນັ້ນ​ໜັກ​ວ່າ, ​ໃນ​ທົ່ວ​ລະ​ບົບບັນດາ​ອົງການ​​ເຮັດ​ວຽກ​ງານ​ເປັນເສນາ​ທິການ​ໃຫ້​ແກ່​ພັກ, ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຂັ້ນ​ຕ່າງໆ​​ມີທີ່​ຕັ້ງ​ບົດບາດສຳຄັນ​ເປັນ​ພິ​ເສດ, ທັງ​​​ເປັນອົງການ​ເສນາ​ທິການ, ທັງ​ເປັນອົງການ​​ປະຕິບັດ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ ​ແລະ ກໍ່ສ້າງ​ພັກ​ໂດຍ​ກົງ. ຖ້າ​ເວົ້າ​ວ່າ ກໍ່ສ້າງ​ພັກ​ແມ່ນ​ໄລ​ກອນນັ້ນ​, ວຽກ​ງານ​ຈັດ​ຕັ້ງ​ພະນັກງານ​ແມ່ນ​ສຳຄັນ​ກວ່າໄລ​ກອນ, ນີ້​ທັງ​ເປັນ​ກຽດ​ ​ແລະ ທັງ​ເປັນ​ໜ້າ​ທີ່​ອັນໜັກ​ແໜ່​ງ.

ທ່ານ​ເລຂາທິການ​ໃຫຍ່​ປາດ​ຖະໜາ​ວ່າ ທົ່ວ​ຂະ​ແໜງ​ຈັດ​ຕັ້ງກໍ່ສ້າງ​ພັກຄວນ​ມີ​ສະຕິ​ຄວາມ​ຮັບຮູ້​ຢ່າງ​ເລິກ​ເຊິ່ງ ​ແລະ ຄົບ​ຖ້ວນ​ກ່ຽວ​ກັບຄວາມ​ຮຽກຮ້ອງ​​ຢ່າງຮີ​ບດ່ວນຂອງໜ້າ​ທີ່​ກໍ່ສ້າງ​, ປັບປຸງ​ພັກ​ໃນ​ສະພາບ​ຄື​ປະຈຸ​ບັນ, ​ເຫັນ​ໄດ້​ໜ້າ​ທີ່​ຄວາມ​ຮັບຜິດຊອບຂອງ​ຕົນ​ຕໍ່​ພັກ, ຕໍ່​ປະຊາຊົນ, ຄວມ​ເສີມ​ຂະຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຈັດ​ຕັ້ງ​ວຽກ​ງານ​ຕາມ​ທິດ​ປ່ຽນ​ໃໝ່​ເປັນ​ຢ່າງ​ດີ, ມີ​ວິທະຍາສາດ ​ແລະ ​ຈັດແບ່ງ​ງານ​ຢ່າງ​ລະອຽດ​. ທ່ານ​ຫງວຽນ​ຟູ໋ຈ້ອງ​ກ່າວ​ວ່າ                              

“ ​ເມື່ອ​ເວົ້າ​ເຖິງ​ການ​ຈັດ​ຕັ້ງ​ແມ່ນ​ເວົ້າ​ເຖິງ​ຫຼັກ​ແຫຼ່ງຂອງການຈັດ​ຕັ້ງ, ລະບົບການ​ຈັດ​ຕັ້ງ, ​ໂຄງປະກອບ​ການຈັດ​ຕັ້ງ, ​ກົນ​ໄກ​ເຄື່ອນ​ໄຫວ, ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ, ການ​ແບ່ງ​ງານ ​ແລະ ສົ​ມທົບ​ໃນ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ກໍ່​ຄື​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ລະບົບ​ໜື່ງ. ​ເວົ້າ​ເຖິງ​ພະນັກງານ​ແມ່ນ​ເວົ້າ​ເຖິງ​ການ​ບຳລຸງ​ສ້າງ, ຕີ​ລາຄາ, ​​ເລື​ອກ​ເຟັ້ນ, ຊັບຊ້ອນພະນັກງານ, ລະບອບ, ນະ​ໂຍບາຍ​ສຳລັບ​ພະນັກງານ. ນີ້​ແມ່ນ​ວຽກ​ງານ​ສຳລັບ​ມະນຸດ​, ສະ​ນັ້ນ​ມີ​ຄວາມ​ສຳຄັນ​ຍິ່ງ ​ແລະ ສະດຸ້ງ​ໄວ   ”  ​.
ຂ່າວ/ບົດ​ອື່ນ