ກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ, ຊາບຊຶມມະຕິສູນກາງພັກຄັ້ງທີ 8 ຊຸດທີ 12

(VOVWORLD) -ວັນທີ 23 ພະຈິກ, ຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມພະນັກງານທົ່ວປະເທດ ກ່ຽວກັບການຮໍ່າຮຽນ, ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນຂອງກອງປະຊຸມສູນກາງພັກຄັ້ງທີ 8, ຊຸດທີ 12 ຂອງພັກ, ຕາມຮູບການຜ່ານເຄື່ອຂ່າຍອິນເຕີແນັດໂດຍກົງຢູ່ 74 ສະຖານທີ່ໃນທົ່ວປະເທດ.

ກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ, ຊາບຊຶມມະຕິສູນກາງພັກຄັ້ງທີ 8 ຊຸດທີ 12 - ảnh 1 ໄຂກອງປະຊຸມພະນັກງານທົ່ວປະເທດຮ່່ຳຮຽນ, ຊາບຊຶມມະຕິສູນກາງພັກຄັ້ງ 8, ຊຸດທີ 12

(ພາບ: hanoimoi.com.vn)

ທ່ານ ເຈິ່ງກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ງກວກເວື້ອງ ເນັ້ນໜັກວ່າ, ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຈະຮັບຟັງມະຕິ, ຂໍ້ກຳນົດ, ບົດສະຫຼຸບຂອງສູນກາງພັກ ຢ່າງລະອຽດ ນັບທັງດ້ານເນື້ອໃນ ກໍຄືໝາກຜົນວິວັດການຄົ້ນຄວ້າ, ປຶກສາຫາລື ແລະ ຂໍ້ຕົກລົງຂອງສູນກາງ. ທ່ານ ເຈິ່ງກວກເວື້ອງ ສະເໜີໃຫ້ບັນດາຜູ້ແທນຍົກສູງນ້ຳໃຈຮັບຜິດຊອບ, ຄົ້ນຄວ້າເອກະສານ, ແລກປ່ຽນ, ປຶກສາຫາລື, ສົມທຽບໃສ່ສະພາບຕົວຈິງຢູ່ທ້ອງຖິ່ນ, ຫົວໜ່ວຍຂອງຕົນພາຍຫຼັງໄດ້ຮັບຟັງມະຕິ.

   ຕອນບ່າຍວັນທີ 23 ພະຈິກ, ກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ, ຊາບຊຶມມະຕິສູນກາງພັກຄັ້ງທີ 8 ຊຸດທີ 12 ຂອງພັກຖືກອັດລົງ ແລະ ສຳເລັດແຜນການທີ່ໄດ້ວາງອອກພາຍຫຼັງເຮັດວຽກມາເປັນເວລາ 1 ວັນ. ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານ ວໍວັນເທືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຮຽກຮ້ອງໃຫ້ຄະນະພັກ, ການນຳທຸກຂັ້ນ ຊີ້ນຳການຍູ້ແຮງວຽກງານໂຄສະນາກ່ຽວກັບວິທີການເຮັດວຽກແບບໃໝ່, ບົດຮຽນທີ່ດີ, ຮູບແບບທີ່ດີໃນການປະຕິບັດບັນດາມະຕິສູນກາງພັກ. ຄະນະພັກທຸກຂັ້ນເພີ່ມທະວີການກະຕຸກຊຸກຍູ້, ກວດກາ, ຕິດຕາມກວດກາການຈັດຕັ້ງການຮ່ຳຮຽນ ແລະ ປະຕິບັດມະຕິໃຫ້ເປັນປະຈຳກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ