ກອງປະຊຸມພະນັກງານສື່ມວນຊົນທົ່ວປະເທດຜັນຂະຫຍາຍໜ້ທີ່ຈຸດສຸມປີ 2013

ກອງປະຊຸມພະນັກງານສື່ມວນຊົນທົ່ວປະເທດຜັນຂະຫຍາຍໜ້ທີ່ຈຸດສຸມປີ 2013 - ảnh 1
ກອງ​ປະຊຸມ​ພະນັກງານ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ໜ້ທີ່​ຈຸດ​ສຸມ​ປີ 2013
(ພາບ: vtc.vn)

(vovworld) – ກອງ​ປະຊຸມ​ພະນັກງານ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ໜ້າທີ່​ຈຸດ​ສຸມ​ປີ 2013 ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ, ສະມາຄົມ​ນັກ​ປະພັນ​ຫວຽດນາມ ​ສົມທົບ​ກັນ​ຈັດ​ຕັ້ງ​ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/3 ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, ທ່ານ​ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​​ໄດ້ຕີ​ລາຄາ​ສູງ​ເນື້ອ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ສື່​ມວນ​ຊົນ​ໃນ​ປີ 2012, ໜ້າ​ທີ່​ທິດ​ທາງ​ປີ 2013 ຂອງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​, ສະມາຄົມ​ນັກ​ຂ່າວຫວຽດນາມ. ພ້ອມ​ທັງ​ຍ້ອງຍໍ​​ຜົນງານ​ຂອງ​ບັນດາອົງການສື່​ມວນ​ຊົນ ​ແລະ ນັກ​ຂ່າວ​ໃນ​ທົ່ວ​ປະ​ເທດ. ທ່ານ ​ເລ​ຮົ່ງ​ແອ​ງ ກໍ່​ໄດ້​ຊີ້​ແຈ້ງ​ຄວາມ​ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ຈຸດ​ອ່ອນ​ຂອງ​ຂະ​ແໜງສື່​ມວນ​ຊົນ ​ແລະ ສະ​ເໜີ​ວ່າ ກອງ​ປະຊຸມ​ຈົ່ງ​ສຸມ​ໃສ່​ປຶກສາ​ຫາລື​ສະພາບ​ຕົວ​ຈິງ, ​ໄຈ້​ແຍກ​ບັນດາ​ສາ​ຍເຫດ, ວາງ​​ບັນດາ​ມາດ​ຕະການ​ອັນ​ລະອຽດ, ​ແທດ​ຈິງ ​ເພື່ອ​ແກ້​ໄຂຄວາມ​ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ຈຸດ​ອ່ອນ​ນັ້ນ​​ໃນ​ທັນທີ ​ເພື່ອ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ