ກອງປະຊຸມພະລັງງານທົ່ວໂລກຄັ້ງທີ23ຈັດຂຶ້ນຢູ່ຕວກກີ

ກອງປະຊຸມພະລັງງານທົ່ວໂລກຄັ້ງທີ23ຈັດຂຶ້ນຢູ່ຕວກກີ - ảnh 1

ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຕວກ​ກີ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (​ພາບ: dailysabah.com)

(vovworld)- ​ວັນ​ທີ10/10, ກອງ​ປະ​ຊຸມ​ພະ​ລັງ​ງານ​ທົ່ວ​ໂລກ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ຢູ່ ນະ​ຄອນ Istanbul ປະ​ເທດ​ຕວກ​ກີ ໄດ້​ເລີ່ມ​ເຮັດ​ວຽກ​ໃນ​ມື້​ທຳ​ອິດ ດ​ວ້ຍ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ຕົ້ນ​ຕໍ​ແມ່ນ​ແງ່​ຫວັງ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ໃນ​ໂລກ ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ. ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ​ບັນ​ດາ​ປະ​ເທດ, ຜູ້​ອຳ​ນວຍ​ການ​ບັນ​ດາ​ບໍ​ລິ​ສັດ​ພະ​ລັງ​ງານ​ໃຫຍ່ ແລະ ອົງ​ການ​ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ດາ​ແຜນ​ພັດ​ທະ​ນາ​ຂະ​ແຫນງ​ພະ​ລັງ​ງານ​ຮອດ​ປີ 2060. ກ່ອນ​ທີ່​ໄຂວາ​ລະ​ປະ​ຊຸມ, ທ່ານ Berat Albayrak, ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຂອງ​ຕວກ​ກີ ໄດ້​ຢືນ​ຢັນ​ວ່າ: ນີ້​ແມ່ນ​ເວ​ທີ​ປາ​ໄສ​ສຳ​ຄັນ​ສຳ​ລັ​ບ​ເຄືອ​ຂ່າຍ​ພະ​ລັງ​ງານ​ທົ່ວ​ໂລກ. ບັນ​ດາ​ຝ່າຍ​ຈະ​ຕ​ີ​ລາ​ຄາ​ຄວາມ​ສາ​ມາດ​ຮ່ວມ​ມື​ໃນ​ບັນ​ດາ​ໂຄງ​ການ​ທີ່​ມີ​ຢູ່​ແລ້ວ ກໍ​ຄື​ພິ​ຈາ​ລະ​ນາ​ບັນ​ດາ​ແງ່​ຫວັງ​ໃນ​ອະ​ນາ​ຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ