ກອ​ງ​ປະ​ຊຸມ​ພາກ​ພື້ນ ກ່ຽວ​ກັບ​ການ​ຕ້ານ​ການ​ອົບ​ພະ​ຍົບ​ແບບ​ຜິດ​ປົກ​ກະ​ຕິ​ຢູ່ ເອ​ຢິບ

(VOVWORLD) - ກອງປະຊຸມພາກພື້ນກ່ຽວກັບການຕ້ານການອົບພະຍົບແບບຜິດປົກກະຕິ ໄດ້ໄຂຂຶ້ນໃນວັນທີ 28 ສິງຫາ, ຢູ່ເອຢິບ ດ້ວຍການເຂົ້າຮ່ວມຂອງ 27 ປະເທດທີ່ມາຈາກ ເອີລົບ, ອາບຟຼິກກາ ແລະ ອາເມລິກາເໜືອ ກໍ່ຄືບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ກອງປະຊຸມແກ່ຍາວເປັນເວລາ 3 ວັນ, ໂດຍຄະນະກຳມະການປະສານງານແຫ່ງຊາດ ກ່ຽວກັບການຕ້ານ ແລະ ສະກັດກັ້ນ ການອົບພະຍົບແບບຜິດກົກໝາຍ ແລະ ການຄ້າມະນຸດ (NCCPIM&TIP) ຈັດຂຶ້ນ. ນີ້ແມ່ນສ່ວນໜຶ່ງໃນຍຸດທະສາດແຫ່ງຊາດ ຂອງ ເອຢິບ ເພື່ອແນໃສ່ຕ້ານສະພາບການອົບພະຍົບແບບຜິດກົດໝາຍ, ປົກປ້ອງຊາວອົບພະຍົບ, ພິເສດແມ່ນເດັກນ້ອຍ ທີ່ບໍ່ມີຄົນໄປນຳ.

ປັດຈຸບັນ ເອຢິບ ໄດ້ຮັບເອົາຊາວອົບພະຍົບປະມານ 9 ລ້ານຄົນ. ປະເທດນີ້ກໍ່ໄດ້ຢັ້ງຢືນຫຼາຍຄັ້ງວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອບໍ່ໃຫ້ກາຍເປັນສະຖານທີ່ສົ່ງຕໍ່ສຳລັບຊາວອົບພະຍົບແບບຜິດກົດໝາຍ ທີ່ຊອກຫາເສັ້ນທາງໄປຍັງເອີລົບ. ໃນຄວາມມານະພະຍາຍາມຮ່ວມມືກັບ ເອຢິບ ເພື່ອແນໃສ່ຫຼຸດຜ່ອນສະພາບການອົບພະຍົບແບບຜິດປົກກະຕິ, ສະຫະພາບ ເອີລົບ (EU) ໄດ້ອຸປະຖຳໃຫ້ແກ່ປະເທດ ນີ້ເງິນເປັນຈຳນວນ 80 ລ້ານ ເອີໂຣ ໃນເດືອນ ມິຖຸນາ ປີ2023 ເພື່ອຄວບຄຸມເສັ້ນຊາຍແດນ, ຊອກຫາການກູ້ໄພກູ້ຊີບ ແລະ ເພີ່ມທະວີບັນດາການເຄື່ອນໄຫວຕ້ານການຄ້າມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ