ກອງປະຊຸມພິເສດຂອງສະພາປະທານສານ ອາຊຽນ

(VOVWORLD) - ວັນທີ 27 ຕຸລາ, ທີ່ ມາລີລາ ຟີລິບປີນ ໄດ້ດຳເນີນກອງປະຊຸມພິເສດຂອງສະພາປະທານສານ ອາຊຽນ (CACJ).
ກອງປະຊຸມພິເສດຂອງສະພາປະທານສານ ອາຊຽນ - ảnh 1 (ພາບປະກອບ)

ທ່ານປະທານສານປະຊາຊົນສູນສຸດ ຫວຽດນາມ ຫງວຽນຮ່ວາບີງ ນຳໜ້າຄະນະຜູ້ແທນຂັ້ນສູງສານປະຊາຊົນສູງສຸດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຕາມຄຳເຊີນຂອງທ່ານນາງ Maria Lourdes P.A Soreno ປະທານສານສູງສຸດ ຟີລິບປີນ.

        ທີ່ກອງປະຊຸມ, ຜູ້ແທນບັນດາປະເທດໄດ້ຮັບຟັງບົດລາຍງານກ່ຽວກັບໝາກຜົນຂອງກອງປະຊຸມເທື່ອທຳອິດ ເວທີປາໄສບັນດາອົງການຈັດຕັ້ງຮ່ວມສຳພັນຂອງ ອາຊຽນ ໂດຍຄະນະເລຂາ ອາຊຽນ ຈັດຕັ້ງໃນວັນທີ 4 ພຶດສະພາ ຜ່ານມາ ຢູ່ ຢາກາກຕາ ປະເທດ ອິນໂດເນເຊຍ. ຫລັງຈາກນັ້ນ ບັນດາກຸ່ມປະຕິບັດງານໄດ້ລາຍງານ ກ່ຽວກັບເນື້ອໃນບັນດາວຽກງານລະອຽດ ເຊິ່ງໄດ້ຮັບການປະຕິບັດໃນລໄຍະຜ່ານມາຕາມລຳດັບ, ພ້ອມທັງສະເໜີຄຳເຫັນກ່ຽວກັບການປະຕິບັດໜ້າທີ່ຂອງຕົນໃນໄລຍະຈະມາເຖິງ ເພື່ອໃຫ້ CACJ ໃຫ້ສັດຕະຍາບັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ