ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3

(VOVWORLD) -ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາບາງເນື້ອໃນໃຫ້ບຸລິມະສິດໃນຂົງເຂດກະສິກຳຄື: ກອບນະໂຍບາຍຂອງອາຊຽນ + 3 ທີ່ກ່ຽວຂ້ອງເຖິງສະບຽງອາຫານ, ກະສິກຳ ແລະ ປ່າໄມ້; ບັນດາການເຄື່ອນໄຫວຮ່ວມມືຂອງ AMAF ASEAN + 3 ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ

ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3 - ảnh 1 ມີຜູ້ແທນກວ່າ 150 ຄົນເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)

ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3 ຄັ້ງທີ 18 ພ້ອມກັບບັນດາຄູ່ຮ່ວມມືຍຸດທະສາດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນໃນຕອນເຊົ້າວັນທີ 07 ສິງຫາ ຢູ່ນະຄອນເຫ້ວ. ມີຜູ້ແທນກວ່າ 150 ຄົນເຂົ້າຮ່ວມກອງປະຊຸມ ເຊິ່ງແມ່ນເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ 10 ປະເທດອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.

        ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາບາງເນື້ອໃນໃຫ້ບຸລິມະສິດໃນຂົງເຂດກະສິກຳຄື: ກອບນະໂຍບາຍຂອງອາຊຽນ + 3 ທີ່ກ່ຽວຂ້ອງເຖິງສະບຽງອາຫານ, ກະສິກຳ ແລະ ປ່າໄມ້; ບັນດາການເຄື່ອນໄຫວຮ່ວມມືຂອງ AMAF ASEAN + 3 ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ, ການຮັບມື ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ… ທ່ານ ຫງວຽນແອັງຕ໊ວນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ໃຫ້ຮູ້ວ່າ.

        “ໃນກອງປະຊຸມຄັ້ງນີ້, ຈະມີວຽກງານຫຼາຍຢ່າງທີ່ໄດ້ນຳມາປຶກສາຫາລືນຳກັນ ກ່ຽວກັບເລື່ອງ ເຮັດແນວໃດເພື່ອແບ່ງປັນດ້ານນະໂຍບາຍກ່ຽວຂ້ອງເຖິງບັນດາຂົງເຂດ ຕົວຢ່າງຄື ເຮັດແນວໃດເພື່ອຄ້ຳປະກັນດ້ານສະບຽງອາຫານ, ຄວາມໝັ້ນຄົງທາງໂພສະນາການ, ການຊ່ວຍເຫຼືອຊາວກະສິກອນ… ນະໂຍບາຍກ່ຽວຂ້ອງເຖິງການຊຸກຍູ້ກົນໄກການຄ້າໃນເຂດ ຫຼື ລະຫວ່າງອາຊຽນ ກັບບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ລັດເຊຍ. ຕໍ່ຈາກນັ້ນແມ່ນຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຊຸກຍູ້ກ່ຽວກັບການສົມທົບກັນດ້ານຂໍ້ມູນຂ່າວສານລະຫວ່າງບັນດາປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ