ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ GMS 23 ເນັ້ນ​ໜັກ “ການ​ເຊື່ອມ​ໂຍງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ມີ​ຄວາມປອງດອງ ແລະ ຍືນ​ຍົງ​ກ່​ວາ​ອີກ”

(VOVWORLD) -ໃນລະຫວ່າງວັນທີ 17 – 18 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ ໄດ້ສົມທົບກັບທະນາຄານພັດທະນາອາຊີ (ADB) ຈັດຕັ້ງກອງປະຊຸມລັດຖະມົນຕີເຂດອະນຸພາກພື້ນ ແມ່ນ້ຳຂອງເປີດກ້ວາງ (GMS) ຄັ້ງທີ 23.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ GMS 23 ເນັ້ນ​ໜັກ “ການ​ເຊື່ອມ​ໂຍງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ມີ​ຄວາມປອງດອງ ແລະ ຍືນ​ຍົງ​ກ່​ວາ​ອີກ” - ảnh 1 ທ່ານ ຫວຸດ້າຍທັ້ງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກອງປະຊຸມດ້ວຍຫົວຂໍ້ “ການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ, ມີຄວາມປອງດອງ ແລະ ຍືນຍົງກ່ວາອີກ” ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີບັນດາປະເທດ GMS. ນີ້ແມ່ນເຫດການເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດ GMS ຄັ້ງທີ 7 ເຊິ່ງຈະຈັດຂຶ້ນໃນປີ 2021 ໂດຍກຳປູເຈຍຈັດຕັ້ງ. ທ່ານ ຫວຸດ້າຍທັ້ງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ພິຈາລະນາຄືນບັນດາເອກະສານແມ່ຍຸດທະສາດໃໝ່ໄລຍະຍາວຂອງພາກພື້ນ GMS ເພື່ອໃຫ້ບັນດາການນຳປຶກສາຫາລື ແລະ ຮັບຮອງເອົາຢູ່ກອງປະຊຸມສຸດຍອດ GMS ຄັ້ງທີ 7. ບັນດາລັດຖະມົນຕີກໍ່ປຶກສາຫາລື ກ່ຽວກັບຈຸດປະສົງ ແລະ ເນື້ອໃນໂຄງການຄົ້ນຄ້ວາຢ່າງເລິກເຊິ່ງກ້ວາງຂວາງເພື່ອແນໃສ່ຕອບສະໜອງການປະຕິບັດຍຸດທະສາດໃຫມ່ໃນພາກພື້ນ, ພິຈາລະນາບັນດາຄວາມກ້າວໜ້າທີ່ບັນລຸໄດ້ນັບແຕ່ກອງປະຊຸມ GMS ຄັ້ງກ່ອນມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ