ກອງປະຊຸມລັດຖະມົນຕີ ຫວຽດນາມ - ລາວ - ກຳປູເຈຍ ກ່ຽວກັບການຮ່ວມມືປ້ອງກັນ ຕ້ານຢາເສບຕິດ

ກອງປະຊຸມລັດຖະມົນຕີ ຫວຽດນາມ - ລາວ - ກຳປູເຈຍ ກ່ຽວກັບການຮ່ວມມືປ້ອງກັນ ຕ້ານຢາເສບຕິດ - ảnh 1
ກອງ​ປະຊຸມການ​ຮ່ວມ​ມື​ປ້ອງ​ກັນ ຕ້ານ​ຢາ​ເສບ​ຕິດຄັ້ງ​ທີ 21
(ພາບ: chinhphu.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 15/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ໄຂ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳ​ປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ ຕ້ານ​ຢາ​ເສບ​ຕິດຄັ້ງ​ທີ 21. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ຢືນຢັນວ່າ; ​ໃນ​ຫຼາຍ​ປີຜ່ານມາ, ລັດຖະບານ​ຫວຽດນາມ ​ໄດ້​ສຸມ​ໃສ່​ຜັນ​ຂະຫຍາຍ​ລົງທຶນ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ; ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ຢ່າງ​ຕັ້ງ​ໜ້າ ​ເພື່ອ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ; ສືບ​ຕໍ່​ຮັກສາ​ຜົນ​ສຳ​​ເລັດ​ໃນ​ວຽກ​ງານ​ລົບ​ລ້າງ​​ເລື່ອງ​ປູກ​ຕົ້ນ​​ໄມ້​ທີ່​ມີທາດ​ເສບ​ຕິດ; ຄວບ​ຄຸມ​ຈຳນວນ​ຜູ້​ຖືກ​ຕິດ​ຢາ​ເສບ​ຕິດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ການປ້ອງ​ກັນ ​ແລະ ຕ້ານ​​ໄພຢາ​ເສບ​ຕິດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຖື​ວ່າ ວຽກ​ງານ​ປ້ອງ​ກັນ​ຕ້ານ​​ໄພຢາ​ເສບ​ຕິດ ​ແມ່ນ​ການ​ຕໍ່ສູ້​ລວມ, ​ໃນ​ນັ້ນ​ຜົນສຳ​ເລັດ​ຢູ່​ແຕ່ລະ​ປະ​ເທດ​ແມ່ນ​ໄຊຊະນະ​ລວມຂອງ 3 ປະ​ເທດ. ທ່ານ​ຮອງນາຍົກລັດຖະມົນຕີ Nguyen Xuan Phuc ກ່າວ​ວ່າ.

        “ນີ້​ແມ່ນ​ເວທີ​ປາ​ໄສ​ທີ່​ສຳຄັນ ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ແລກປ່ຽນ ຕີ​ລາຄາ​ສະພາບ​ການ​ກ່ຽວ​ກັບ​ບັນດາ​ຂໍ້​ຕິດ​ຂັດ, ຄວາມ​ຫຍຸ້ງຍາກ, ວາງ​ອອກ​ມາດ​ຕະການ​ສົມທົບ​ກັນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ສ້າງ​ບາດກ້າວ​​ເດີນ​ໃໝ່​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ລະຫວ່າງ 3 ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ແຮງ​ສັງ​ລວມ​ເພື່ອ​ຍູ້​ໄພ​ຢາ​ເສບ​ຕິດ​ໃຫ້​ຖອຍຫຼັງ, ກ້າວ​ໄປ​ເຖິງ​ການ​ຍາດ​ເອົາ​ໄຊຊະນະ​ໃນ​ການ​ຕໍ່ສູ້​ຕ້ານ​​ໄພຢາ​ເສບ​ຕິດ.”

ຂ່າວ/ບົດ​ອື່ນ