ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດຄັ້ງທີ 10

(VOVWORLD) - ກອງປະຊຸມລັດຖະມົນຕີສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ (AMMDM) ຄັ້ງທີ 10 ...
ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດຄັ້ງທີ 10 - ảnh 1ພາບປະກອບ

ວັນທີ 20 ຕຸລາ, ກອງປະຊຸມລັດຖະມົນຕີສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ (AMMDM) ຄັ້ງທີ 10 ແລະ ກອງປະຊຸມບັນດາຝ່າຍເຂົ້າຮ່ວມສັນຍາ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ ແລະ ຮັບມືສຸກເສີນ (AADMER) ຄັ້ງທີ 11 ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດໄທ. ກອງປະຊຸມຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນປີ 2022 ໃນທຸກໂຄງການບຸລິມະສິດຂອງລາຍການປະຕິບັດງານ AADMER ໄລຍະ 2021 – 2025; ຊົມເຊີຍເລື່ອງສ້າງຕັ້ງໂປຼແກຼມຮັບມືກັບໄພພິບັດທຳມະຊາດ ອາຊຽນ (ADRP) ໃນປີນີ້, ດ້ວຍການເຂົ້າຮ່ວມຂອງ 12 ອົງການຂະແໜງການ ອາຊຽນ ໃນ 3 ເສົາຄ້ຳປະຊາຄົມ; ຮັບຮູ້ແຜນການຂອງ ADRP ຈັດຕັ້ງເວທີປາໄສຮັບມືກັບໄພພິບັດທຳມະຊາດ ອາຊຽນ ຄັ້ງທີ 1 ດ້ວຍການສົນທະນານະໂຍບາຍຍຸດທະສາດ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ (SPDDM) ກໍ່ຄືສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ACDM ໃນປີໜ້າຢູ່ສິງກະໂປ.

        ກອງປະຊຸມ AMMDM ຄັ້ງທີ 11 ແລະ ກອງປະຊຸມ AADMER ຄັ້ງທີ 12 ຈະຈັດຂຶ້ນໃນປີ 2023 ພາຍໃຕ້ການເປັນປະທານຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ