ກອງປະຊຸມລັດຖະມົນຕີWTOຊອກຫາມາດຕະການຊຸກຍູ້ການຄ້າທົ່ວໂລກ

ກອງປະຊຸມລັດຖະມົນຕີWTOຊອກຫາມາດຕະການຊຸກຍູ້ການຄ້າທົ່ວໂລກ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ສາກົນ​ຄັ້ງ​ທີ 10
(ພາບ: TTXVN)

(vovworld) – ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ສາກົນ​ຄັ້ງ​ທີ 10 ​ໂດຍ​ອົງການ​ການ​ຄ້າ​ໂລກ (WTO) ຈັດ​ຕັ້ງ, ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 15/12 ຢູ່​ນະຄອນຫລວງ Nairobi ປະ​ເທດ ​ເຄັນ​ຢາ (Kenya). ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີຜູ້​ແທນ​​ປະມານ 6.000 ຄົນທີ່​ມາ​ຈາກ 162 ປະ​ເທດ​​ສະມາຊິກ WTO, ກອງ​ປະຊຸມ​​ດຳ​ເນີນ​ໄປ​​ໃນ​ເວລາ 4 ວັນ ​ແນ​ໃສ່​ປຶກສາ​ຫາລື ​ແລະ ຊອກ​ຫາ​ມາດ​ຕະການ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນການ​ຄ້າ​ໃຫ້​ສະ​​ເໝີພາບ ​ໃນ​ຂົງ​ເຂດສິນຄ້າ ​ແລະ ການ​ບໍລິການ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Uhuru Kenyatta ຖື​ວ່າ: ປະຈຸ​ບັນ​ໂລກ​ພວມຍັງ​​ເກີດ​ສະພາບການ​ແລກປ່ຽນການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດຮັ່ງມີ ​ແລະ ປະ​ເທດທຸກ​ຍາກບໍ່​ສະ​ເໝີ​ພາບ. ​ເພາະສະ​ນັ້ນ, ທ່ານ​ປະທານາທິບໍດີ ​ Kenya ຮຽກຮ້ອງ WTO ຄວນວາງ​ແຜນ​ຍຸດ​ທະ​ສາດ ​ແລະ ມາດ​ຕະການ​ມີ​ປະສິດທິ​ຜົນ ​ເພື່ອ​ຮັດ​ແຄບ​ຊ່ອງຫວ່າງການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທ​ດອຸດສາຫະກຳ​ພັດທະນາ ​ແລະ ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ໂລກ ກໍ​ຄື​ລະຫວ່າງ​ບັນດາ​ທະວີບ, ພ້ອມ​ທັງ ມີ​ມາດ​ຕະການ​ຕ່າງໆ ​ເພື່ອກະ​ຕຸ້ນ​ຄວາມ​ຕ້ອງການ​ດ້ານ​ເສດຖະກິດ, ການ​ຄ້າ, ລົບ​ລ້າງ​ບັນດາ​ຮົ້ວ​ກິດ​ຂວາງ​ດ້ານ​ການ​ຄ້າ​ຂອງ​ຕະຫລາດ​ໃຫຍ່​ຈຳນວນ​ໜຶ່ງ ​ແລະ ​ເອົາ​ໃຈ​ໃສ່​​ເຖິງ​ບັນດາປະ​ເທດ​ທີ່ທຸກ​ຍາກ​ໃນ​ໂລກ​ກ່ວາ​ອີກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ ອາ​ຟຣິກກາ.

 


ຂ່າວ/ບົດ​ອື່ນ