ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແມ່ຂອງ - ລ້ານຊ້າງ ຄັ້ງທີ 4

(VOVWORLD) - ວັນທີ 17 ທັນວາ, ທີ່ນະຄອນ ຫລວງພະບາງ, ຂອງລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຮ່ວມມືແມ່ຂອງ - ລ້ານຊ້າງ (MLC) ຄັ້ງທີ 4 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. 
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແມ່ຂອງ - ລ້ານຊ້າງ ຄັ້ງທີ 4 - ảnh 1 ທີ່ກອງປະຊຸມ

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສຸມໃສ່ຕີລາຄາສະພາບການຮ່ວມມືໃນປີ 2018 ແລະ ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ບັນດາລັດຖະມົນຕີ 6 ປະເທດໄດ້ເຫັນດີເປັນເອກະພາບຍູ້ແຮງການຜັນຂະຫຍາຍແຜນການດຳເນີນງານແມ່ຂອງ - ລ້ານຊ້າງໄລຍະ 5 ປີ (2018 - 2022) ໃຫ້ດີກ່ວາອີກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບຢ່າງມີປະສິດທິຜົນຂອງ ຫວຽດນາມ ໃນການຮ່ວມມືແມ່ຂອງ - ລ້ານຊ້າງ. ການຮ່ວມມືແມ່ຂອງ - ລ້ານຊ້າງຄວນເອົາໃຈໃສ່ເປັນພິເສດເຖິງບາງເນື້ອໃນຕົ້ນຕໍຄື: ຮັກສາກົງຈັກເຄື່ອນໄຫວກະທັດລັດ, ມີປະສິດທິຜົນ; ຮັບປະກັນບັນດາໂຄງການທີ່ມີລັກສະນະກວມລວມ, ສຸມແຫຼ່ງກຳລັງໃຫ້ແກ່ການປະຕິບັດ 5 ຂົງເຂດບຸລິມະສິດເຊິ່ງລວມມີ: ເຊື່ອມຕໍ່ແຫຼ່ງນ້ຳ, ກຳລັງຄວາມສາມາດຜະລິດ, ການຮ່ວມມືເສດຖະກິດຜ່ານຊາຍແດນ, ກະສິກຳ ແລະ ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ.

        ສິ້ນສຸດກອງປະຊຸມ, ລັດຖະມົນຕີກະຊວງການຕ່າງປະເທດ 6 ປະເທດໄດ້ຮັບຮອງເອົາແຈ້ງການຂ່າວຮ່ວມຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບກ່ຽວກັບກອງປະຊຸມລັດຖະມົນຕີແມ່ຂອງ - ລ້ານຊ້າງຄັ້ງທີ 5 ຈະໄດ້ຈັດຕັ້ງຢູ່ປະເທດ ຈີນ ໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ