ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ-ອົດສະຕາລີຄັ້ງທີ 1

(VOVWORLD) -ວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພ້ອມກັບທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Julie Bishop ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ອົດສະຕາລີ ຄັ້ງທີໜຶ່ງ.

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ-ອົດສະຕາລີຄັ້ງທີ 1 - ảnh 1 ລັດຖະມົນຕີ 2 ທ່ານ

(ພາບ: TTXVN)

ທີ່ກອງປະຊຸມ, ລັດຖະມົນຕີ 2 ທ່ານໄດ້ຢືນຢັນຄວາມສຳຄັນຂອງການຍົກລະດັບການພົວພັນໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຜ່ານມາ. 2 ຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເປັນເອກະພາບກັນແລ້ວ “ໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອົດສະຕາລີ” ແລະ ປະຕິບັດສຳເລັດບັນດາຄາດໝາຍທີ່ໄດ້ວາງອອກໃນ “ໂຄງການເຄື່ອນໄຫວ 2016 - 2019”. ລັດຖະມົນຕີ 2 ທ່ານຖືວ່າ, ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແມ່ນຈຸດສຸມຂອງການພົວພັນຄູ່ຮ່ວມມືຍຸດທະສາດ; ເຫັນດີເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືໃຫ້ເລິກເຊິ່ງກວ່າ; ຍູ້ແຮງບັນດາຂົງເຂດຮ່ວມມືທີ່ກະທົບຢ່າງຕັ້ງໜ້າ ແລະ ໂດຍກົງສຳລັບການຮັດແໜ້ນນ້ຳໃຈມິດຕະພາບ ແລະ ແລກປ່ຽນປະຊາຊົນຄື ການສຶກສາ, ວັດທະນະທຳ, ກິລາ, ທ່ອງທ່ຽວ…

      ລັດຖະມົນຕີ 2 ທ່ານກໍ່ປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າກວ່າຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ, ເອເປັກ

ຕອບກັບ

ຂ່າວ/ບົດ​ອື່ນ