ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ນາໂຕ ປຶກສາຫາລືກ່ຽວກັບບັນຫາ ຢູແກຼນ, ເພີ່ມລາຍຈ່າຍປ້ອງກັນປະເທດ

(VOVWORLD) -ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ຖືວ່າ ບັນດາປະເທດຝ່າຍຕາເວັນຕົກ ຄວນຊຸກຍູ້ການສະໜອງລູກປືນໃຫ້ແກ່ ຢູແກຼນ.
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ນາໂຕ ປຶກສາຫາລືກ່ຽວກັບບັນຫາ ຢູແກຼນ, ເພີ່ມລາຍຈ່າຍປ້ອງກັນປະເທດ - ảnh 1ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg
(ພາບ: NATO)

        ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດສະມາຊິກ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ທີ່ຈັດຂຶ້ນແຕ່ວັນທີ 14-15 ກຸມພາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ຖືວ່າ ບັນດາປະເທດຝ່າຍຕາເວັນຕົກ ຄວນຊຸກຍູ້ການສະໜອງລູກປືນໃຫ້ແກ່ ຢູແກຼນ. ທ່ານກໍ່ຖືວ່າ, ຊູແອດ ແລະ ແຟງລັງ ເຂົ້າເປັນສະມາຊິກຂອງສຳພັນທະມິດການທະຫານນີ້ໂດຍໄວແມ່ນສິ່ງສຳຄັນ, ແຕ່ບໍ່ຈຳເປັນວ່າ 2 ປະເທດຕ້ອງໄດ້ຮັບຄວາມເຫັນດີໃນເວລາດຽວກັນ.

        ແລະກໍ່ໃນວັນທີ 15 ກຸມພາ, ທີ່ກອງປະຊຸມດັ່ງກ່າວ, ຢູແກຼນ ໄດ້ຂົນຂວາຍບັນດາປະເທດພັນທະມິດຍູ້ແຮງການໜູນຊ່ວຍດ້ານການທະຫານ. ປະຈຸບັນ, ຄວາມຕ້ອງການກ່ຽວກັບອາວຸດ, ລູກປືນຂອງ ຢູແກຼນ ໄດ້ລື່ນກາຍຄວາມສາມາດຕອບສະໜອງຂອງບັນດາປະເທດ ນາໂຕ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 14 ກຸມພາ, ໂຄສົກວັງ Kremlin ທ່ານ Dmitry Peskov ຖືວ່າ, ນາໂຕ ນັບມື້ນັບສະແດງໃຫ້ເຫັນການເປັນປໍລະປັກກັບ ລັດເຊຍ ແລະ ແຊກແຊງເຂົ້າການປະທະກັນຢູ່ ຢູແກຼນ ຫຼາຍກວ່າ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Peskov ຢືນຢັນວ່າ, ບັນດາປະເທດ ນາໂຕ ສະໜອງອາວຸດໃຫ້ແກ່ ຢູແກຼນ ພວມເຮັດໃຫ້ການທະປະກັນແກ່ຍາວ ແລະ ເຮັດໃຫ້ຄວາມສ່ຽງປະທະກັນປີນຂັ້ນໄດຕື່ມອີກ.

        ໃນຊຸມມື້ຜ່ານມາ, ການປະທະກັນຢູ່ນະຄອນ Artemovsk (Bakhamut) ແລະ Donetsk, ຢູແກຼນ ກຳລັງລະຫວ່າງ ລັດເຊຍ ມີຄວາມເຄັ່ງຕຶງກວ່າເກົ່າ. 2 ຝ່າຍລ້ວນແຕ່ຖືນະຄອນນີ້ມີຄວາມໝາຍຍຸດທະສາດຢູ່ສະໜາມຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ