ກອງປະຊຸມລັດຖະມົນຕີກະຊວງແຮງງານ CLMTV ມຸ່ງໄປເຖິງການປົກປ້ອງຊາວຜູ້ອອກແຮງງານອົບພະຍົບ

(VOVWORLD) -   ກອງປະຊຸມລັດຖະມົນຕີກະຊວງແຮງງານຂອງບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ຄັ້ງທີ 3 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ, ຢູ່ນະຄອນ Siem Reap, ປະເທດ ກໍາປູເຈຍ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ ໄດ້ນໍາໜ້າຄະນະເຂົ້າຮ່ວມກອງປະຊຸມ.
ກອງປະຊຸມລັດຖະມົນຕີກະຊວງແຮງງານ CLMTV ມຸ່ງໄປເຖິງການປົກປ້ອງຊາວຜູ້ອອກແຮງງານອົບພະຍົບ - ảnh 1 ກອງປະຊຸມລັດຖະມົນຕີກະຊວງແຮງງານCLMTV ຄັ້ງທີ 3 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ, ຢູ່ນະຄອນ Siem Reap, ປະເທດ ກໍາປູເຈຍ

        ດ້ວຍຫົວຂໍ້ “ມຸ່ງໄປເຖິງການປົກປ້ອງຊາວຜູ້ອອກແຮງງານອົບພະຍົບຢູ່ບັນດາປະເທດ CLMTV: ຮ່ວມມືກັນຊ່ວຍໜູນສັງຄົມ”, ກອງປະຊຸມຂັ້ນລັດຖະມົນຕີກະຊວງແຮງງານຄັ້ງນີ້ ຖືກຈັດຂຶ້ນ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາກົນໄກປົກປ້ອງຊາວຜູ້ອອກແຮງງານອົບພະຍົບໃຫ້ດີກວ່າອີກ; ເພີ່ມທະວີການຮ່ວມມືດ້ານແຮງງານ; ແບ່ງປັນປະສົບການລະຫວ່າງບັນດາປະເທດ CLMTV ທີ່ກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດຂອງຊາວຜູ້ອອກແຮງງານອົບພະຍົບ, ພິເສດແມ່ນລັກສະນະທີ່ມີໄຫວພິບຂອງບັນດາລາຍການຊ່ວຍໜູນຊີວິດສັງຄົມ.

        ໂດຍຖືກດໍາເນີນໃນລະຫວ່າງວັນທີ 17 – 18 ກັນຍາ, ກອງປະຊຸມຂັ້ນລັດຖະມົນຕີກະຊວງແຮງງານ CLMTV ຄັ້ງທີ 3 ຈະອອກຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມ ແລະ ເຫັນດີຕໍ່ຖະແຫຼງການ Siem Reap ກ່ຽວກັບ ວິວັດການມຸ່ງໄປເຖິງແຜນການສົມທົບກັນຊ່ວຍໜູນສັງຄົມຢ່າງມີໄຫວພິບຂອງບັນດາປະເທດ CLMTV.


ຕອບກັບ

ຂ່າວ/ບົດ​ອື່ນ