ກອງປະຊຸມລັດຖະມົນຕີການຄ້າກຸ່ມຈີ20ຢູ່ຈີນ

ກອງປະຊຸມລັດຖະມົນຕີການຄ້າກຸ່ມຈີ20ຢູ່ຈີນ - ảnh 1
ພາບປະກອບ

(vovworld) –  ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ໂລກ (ຈີ 20) ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/7, ຢູ່ ຊຽງ​ໄຮ, ປະ​ເທດ ຈີນ, ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ແກ້​ໄຂ​ບັນດາ​ບັນຫາ​​ເຄັ່ງ​ຮ້ອນ ​ແລະ ຊຸກຍູ້​ການ​ຟື້ນ​ຟູ​ຂອງ​ພື້ນຖານ​ເສດ​ໂລກ. ກອງ​ປະຊຸມ​​ດຳ​ເນີນ​ໄປ​ໃນ​ເວລາ 2 ວັນ​​ໄດ້ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ລະອຽດ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ສ້າງ​ກົນ​ໄກ​ການ​ຄ້າ, ການ​ລົງທຶນ ຈີ20, ສະໜັບສະໜູນ​ກົນ​ໄກ​ການ​ຄ້າ 2 ຝ່າຍ, ຊຸກ​ຍູ້ການ​ເຕີບ​ໂຕ​ດ້ານການ​ຄ້າ​​ໃນທົ່​ວ​ໂລກ, ສົ່ງ​ເສີມ​ການ​ສົມທົບ ​ແລະ ຮ່ວມ​ມື​ໃນ​ບັນດາ​ນະ​ໂຍບາຍ​ລົງທຶນ​ທົ່ວ​ໂລກ, ຍູ້​ແຮ​ງບັນດາ​ມູນ​ຄ່າ​ທົ່ວ​ໂລກ​ເຊື່ອມ​ຈອດກັນ.

        ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ ຈີ20 ຄັ້ງ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່​ສຸດ​ຂອງ​ປີ ຈີ 20 ຈີນ, ນຳ​ມາ​ເຊິ່ງຄວາມ​ໝາຍພິ​ເສດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ​ໃນ​ໂລກ. ກອງ​ປະຊຸມ​ຖືກ​ດຳ​ເນີ​ນ​ໄປ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ພວມ​ຄ່ອຍໆ​ຟື້ນ​ຟູ, ​ແຕ່​ສະພາບ​ການ​ຍັງ​ຄົງ​ມີ​ຄວາມ​ຫຍຸ້ງຍາກ​ສັບສົນ​ຫຼາຍ​ຢ່າງ, ການ​ຄ້າ​ທົ່ວ​ໂລກ​ເຕີບ​ໂຕ​ຕຳ່, ລະດັບ​ການ​ລົງທຶນ​ບໍ່​ເທົ່າ​ກັບ​ໄລຍະ​ກ່ອນ​ທີ່​ເກີດ​ວິ​ກິດ​ການ​ກາ​ນ​ເງິນ, ​ໃນ​ຂະນະ​ທີ່ຍັງ​ບໍ່​ທັນຊອກ​ຫາ​ກຳລັງ​ໜູນ​ເຕີບ​ໂຕ​ແບບ​ຍືນ​ຍົງ​ໃໝ່​ໃຫ້​ແກ່​ເສດຖະກິດ​ໂລກ. ດັ່ງ​ນັ້ນ, ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ຈີນ ຫວາງ​ຊົວ​​ແຫວນ, ບັນດາ​ສະມາຊິກ ຈີ 20 ຕ້ອງ​ສ້າງ​ຍຸດທະ​ສາດ​ເຕີບ​ໂຕ​ດ້ານການ​ຄ້າ​ທົ່ວ​ໂລກ, ​ໃນ​ນັ້ນ​ລວມມີ​ຊຸກຍູ້​ການປະ​ຕິ​ບັດ​ສັນຍາ​ຫັນ​ການ​ຄ້າ​ເປັນ​ງ່າຍດາຍ, ຫລຸດ​ລາຄາ​ການ​ຄ້າ​ທົ່ວ​ໂລກລົງ.


ຂ່າວ/ບົດ​ອື່ນ