ກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍກ່ຽວກັບຊີຣີຈະດຳເນີນຢູ່ນິວຢອກ

(VOVWORLD) -ວັນທີ 21 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu ໃຫ້ຮູ້ວ່າ, ກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍກ່ຽວກັບຊີຣີ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 3 ປະເທດຕວກກີ, ລັດເຊຍ ແລະ ອີຣານ.

ກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍກ່ຽວກັບຊີຣີຈະດຳເນີນຢູ່ນິວຢອກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu

(ພາບອີນເຕີແນັດ)

 ນີ້ແມ່ນຄວາມມານະພະຍາຍາມໃໝ່ສຸດ ເພື່ອແນໃສ່ຮັກສາຂອບເຂດຮ່ວມມື 3 ຝ່າຍ, ລັດເຊຍ, ຕວກກີ ແລະ ອີຣານ ໃນການແກ້ໄຂການປະທະກັນຢູ່ຊີຣີ.

ຕາມຂໍ້ຕົກລົງທີ່ບັນລຸໄດ້ຢູ່ນະຄອນ Sochi, ປະເທດລັດເຊຍ ເມື່ອວັນທີ 17 ກັນຍາ ລະຫວ່າງທ່ານປະທານາທິບໍດີຕວກກີ Tayyip Erdogan ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin, ຄຳສັ່ງຢຸດຍິງຕ້ອງໄດ້ຮັບການປະຕິບັດຢ່າງຄົບຖ້ວນ ແລະ ສຸມໃສ່ເຂົ້າໃນບັນດາມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ວິກິດການຢູ່ແຂວງ Idlib ຂອງຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ