ກອງປະຊຸມລັດຖະມົນຕີການຕ່າງປະເທດ EU ປຶກສາຫາລືກ່ຽວກັບການຜັນແປຢູ່ຕາເວັນອອກກາງ, ຊີຣີ ແລະ ອີຣານ

(VOVWORLD) - EU ກໍ່ຢັ້ງຢືນວ່າຈະສຸມໃສ່ການໜູນຊ່ວຍໃຫ້ແກ່ບັນດາຄວາມມານະພະຍາຍາມເຊິ່ງສະຫະປະຊາຊາດ ແລະ ອີຢິບ ພວມຜັນຂະຫຍາຍຢູ່ເຂດ ກາຊາ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ EU ປຶກສາຫາລືກ່ຽວກັບການຜັນແປຢູ່ຕາເວັນອອກກາງ, ຊີຣີ ແລະ ອີຣານ - ảnh 1 ທ່ານນາງລັດຖະມົນຕີການຕ່າງປະເທດ ໂອຕຣິດ Karin Kneissl ແລະ ທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ EU

ວັນທີ 31 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU) ໄດ້ສິ້ນສຸດລົງຢູ່ ວຽນນາ, ປະເທດ ໂອຕຣິດ. ກ່າວຄຳເຫັນທີ່ການປະຊຸມຂ່າວສິ້ນສຸດກອງປະຊຸມພ້ອມກັບທ່ານນາງລັດຖະມົນຕີການຕ່າງປະເທດ ໂອຕຣິດ Karin Kneissl, ທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ EU ໃຫ້ຮູ້ວ່າ: ບັນດາລັດຖະມົນຕີໄດ້ເນັ້ນໜັກຄືນໃໝ່ກ່ຽວກັບທັດສະນະຂອງ EU ກ່ຽວກັບຄວາມຈຳເປັນຂອງມາດຕະການສອງລັດຄືດັ່ງມາດຕະການໜຶ່ງດຽວອາດຈະຊ່ວຍແກ້ໄຂການປະທະກັນລະຫວ່ງ ອິດສະຣາແອັນ ແລະ ປາແລັດສະຕິນ. EU ກໍ່ຢັ້ງຢືນວ່າຈະສຸມໃສ່ການໜູນຊ່ວຍໃຫ້ແກ່ບັນດາຄວາມມານະພະຍາຍາມເຊິ່ງສະຫະປະຊາຊາດ ແລະ ອີຢິບ ພວມຜັນຂະຫຍາຍຢູ່ເຂດ ກາຊາ. ໃນຂອບເຂດກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດ EU ກໍ່ປຶກສາຫາລືກ່ຽວກັບບັນດາການກະທຳຂອງອີຣານ ໃນພາກພື້ນ. EU ສືບຕໍ່ຮັກສາຂໍ້ຕົກລົງນິວເຄຼຍ ອີຣານ, ຫຼືຍັງເອີ້ນວ່າ ແມ່ນແຜນການກະທຳລວມຮອບດ້ານ (JCPOA). ກອງປະຊຸມກໍ່ຮັບຮູ້ຄວາມມານະພະຍາຍາມລວມຂອງ ເອີລົບ ໃນການຊອກຫາມາດຕະການແທດຈິງໃນບັນຫາແບ່ງປັນຄວາມຮັບຜິດຊອບໃນການຄຸ້ມຄອງຊາວອົບພະຍົບກໍ່ຄືບັນດາການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ