ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G7: ການ​ເຈ​ລະ​ຈາ 3 ຝ່າຍ ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ

(VOVWORLD) -ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ 3 ຝ່າຍໃນວັນທີ 5 ພຶດສະພາ ຢູ່ນອກກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າ ໂລກ (G7) ຢູ່ ລອນດອນ ປະເທດ ອັງກິດ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G7: ການ​ເຈ​ລະ​ຈາ 3 ຝ່າຍ ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ - ảnh 1ການເຈລະຈາ 3 ຝ່າຍ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ (ພາບ: Pool/Via Kyodo)

ການພົບປະລະຫວ່າງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ກັບບັນດາຄູ່ຮ່ວມຕຳແໜ່ງ ຍີ່ປຸ່ນ Toshimitsu Motegi ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ Chung Eui – yong ແມ່ນການເຈລະຈາ 3 ຝ່າຍຄັ້ງທຳອິດນັບແຕ່ເວລາອຳນາດການປົກຄອງຂອງທ່ານ ປະທານາທິບໍດີ ອາເມລິກາ Joe biden ຂຶ້ນກຳອຳນາດບໍລິຫານປະເທດ ອາເມລິກາເມື່ອ ເດືອນມັງກອນທີ່ຜ່ານມາ. ທີ່ການເຈລະຈາ,  ລັດຖະມົນຕີການຕ່າງປະເທດ 3 ທ່ານ ໄດ້ປຶກສາຫາລື ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຄວາມມານະພະຍາຍາມນຳ ສປປ.ເກົາຫຼີ ກັບຄືນສູ່ໂຕະເຈລະຈາກ່ຽວກັບການປອດນິວເຄຼຍ. ກ່ອນດຳເນີນການເຈລະຈາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືກັບ 2 ປະເທດພັນທະມິດ ຢູ່ ອາຊີຕາເວັນອອກສ່ຽງເໜືອນີ້ ໃນສະພາບການອຳນາດການປົກຄອງ ທ່ານປະທານາທິບໍດີ Joe Biden ພວມຊອກຫາວິທີຟື້ນຟູການພົວພັນການທູດກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ