ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G7 ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ຮ້ອນ​ເຮັງ​ໃນ​ທົ່ວ​ໂລກ

(VOVWORLD) -ໃນສະພາບການໄພເງິນເຟີ້ເພີ່ມຂຶ້ນສູງກໍ່ຜົນກະທົບຕໍ່ເສດຖະກິດທົ່ວໂລກ, ມີຄວາມສ່ຽງພາໄປເຖິງການຊຸດໂຊມ, G7 ກໍ່ປຶກສາຫາລືບັນດາມາດຕະການຕ້ານໄພເງິນເຟີ້, ລາຄາພະລັງງານເພີ່ມຂຶ້ນສູງ ແລະ ລະບົບສະໜອງສືບລົ້ມລະລາຍ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G7 ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ຮ້ອນ​ເຮັງ​ໃນ​ທົ່ວ​ໂລກ - ảnh 1ກອງປະຊຸມ ລັດຖະມົນຕີການຕ່າງປະເທດ G7 (ພາບ: AFP/TTXVN)

ວັນທີ 3 ພະຈິກ, ລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳແຖວໜ້າໂລກ (G7) ໄດ້ເລີ່ມກອງປະຊຸມເປັນເວລາ 2 ວັນທີ່ໄດ້ດຳເນີນຢູ່ນະຄອນ Münster, ທາງພາກຕາເວັນຕົກປະເທດ ເຢຍລະມັນ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືປະສານການໜູນຊ່ວຍດ້ານມະນຸດສະທຳ, ການເງິນ ແລະ ການທະຫານໃຫ້ແກ່ຢູແກຼນ ກ່ອນລະດູໜາວຈະມາເຖິງ. ບັນດາບັນຫາຄືວິກິດການດ້ານພະລັງງານ, ສະພາບການໄພເງິນເຟີ້ທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ ກໍ່ແມ່ນບັນດາບັນຫາຫຼັກໃນໂຄງການດຳເນີນງານ. ໃນສະພາບການໄພເງິນເຟີ້ເພີ່ມຂຶ້ນສູງກໍ່ຜົນກະທົບຕໍ່ເສດຖະກິດທົ່ວໂລກ, ມີຄວາມສ່ຽງພາໄປເຖິງການຊຸດໂຊມ, G7 ກໍ່ປຶກສາຫາລືບັນດາມາດຕະການຕ້ານໄພເງິນເຟີ້, ລາຄາພະລັງງານເພີ່ມຂຶ້ນສູງ ແລະ ລະບົບສະໜອງສືບຕໍ່ລົ້ມລະລາຍ. ກອງປະຊຸມຄັ້ງນີ້ມີຄວາມສຳຄັນດ້ານຍຸດທະສາດ, ຍ້ອນວ່າການປະທະກັນລະຫວ່າງລັດເຊຍ - ຢູແກຼນ ບໍ່ພຽງແຕ່ກໍ່ວິກິດການຢ່າງເລິກເຊິ່ງຕໍ່ທົວເອີລົບເທົ່ານັ້ນ ຫາກຍັງແມ່ນວິກິດການຂະໜາດທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ