ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

(VOVWORLD) -ອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ເຫັນດີເປັນເອກະພາບ ໂອ້ລົມສົນທະນາ ແລະ ຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ, ສີວິໄລ ແມ່ນຈຸດສຸມໃນການພົວພັນ. 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື - ảnh 1 ທ່ານບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 4 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ + 1 ແລະ ອາຊຽນ + 3 (ອາຊຽນ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ) ແລະ ເປັນປະທານຮ່ວມກອງປະຊຸມການຕ່າງປະເທດ ອາຊຽນ - ສ.ເກົາຫຼີ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຳຫຼວດກວດກາຄືນ ແລະ ວາງທິດທາງຊຸກຍູ້ການຮ່ວມມື. ບັນດາຄູ່ຮ່ວມມືລ້ວນແຕ່ສະແດງຄວາມເຄົາລົບຕໍ່ການພົວພັນ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ.

ອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ເຫັນດີເປັນເອກະພາບ ໂອ້ລົມສົນທະນາ ແລະ ຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ, ສີວິໄລ ແມ່ນຈຸດສຸມໃນການພົວພັນ. ຕາມນັ້ນແລ້ວ, ບັນດາຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືມຸ່ງໄປເຖິງການຟື້ນຟູຢ່າງຮອບດ້ານ, ຍືນຍົງຫຼັງພະຍາດໂຄວິດ - 19.

        ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ບັນດາຝ່າຍສະແດງຄວາມວິຕົກກັງວົນຕໍ່ຄວາມສັບສົນ, ຄວາມເຄັ່ງຕຶງທີ່ພວມເກີດຂຶ້ນຢູ່ພາກພື້ນ. ບັນດາປະເທດ ອາຊຽນ ກໍ່ຢັ້ງຢືນ ການສະໜັບສະໜູນ ນະໂຍບາຍ “ຈີນ ດຽວ” ແລະ ໃນໂອກາດນັ້ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຫຼັກການຂອງ ກົດບັດ ສປຊ, ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ອາຊີຕາເວັນອອກສ່ຽງໃຕ້.

        ກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ອາຊຽນ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ, ຫຼີກລ້ຽງການເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂການຂັດແຍ້ງກັນບົນພື້ນຖານກົດໝາຍສາກົນ. ອາຊຽນ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການໂອ້ລົມສົນທະນາໃນການສຳຜັດກັບບັນຫານິວເຄຼຍ ຢູ່ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ