ກອງປະຊຸມລັດຖະມົນຕີການຕ່່າງປະເທດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ

(VOVWORLD) -ຕອນເຊົ້າວັນທີ 27 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກູເວດ Sabah Al Khalid Al Sabah ໄດ້ເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີການຕ່່າງປະເທດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ເຊິ່ງໄດ້ດໍາເນີນຢູ່ນອກກອງປະຊຸມຂັ້ນສູງ ຂອງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 73.

ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າບັນດາປະເທດອາຊຽນ ແລະ GCC. ນີ້ແມ່ນຄັ້ງທໍາອິດ ທີ່ບັນດາລັດຖະມົນຕີ ອາຊຽນ ແລະ GCC ຮ່ວມປະຊຸມ ນັບແຕ່ປີ  2014 ມາຮອດປັດຈຸບັນ, ດ້ວຍເປົ້າໝາຍ ຕີລາຄາສະພາບການຮ່ວມມື, ການກໍານົດທິດ, ຊຸກຍູ້ການພົວພັນໃນໄລຍະຈະມາເຖິງ, ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ກອງປະຊຸມລັດຖະມົນຕີການຕ່່າງປະເທດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີການຕ່່າງປະເທດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ

ໃນບົດບາດເປັນຜູ້ປະສານງານໃນການພົວພັນລະຫວ່າງ ອາຊຽນ - GCC ປີ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງພາກພື້ນ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ ຄື ພະລັງງານ, ການລົງທຶນ, ການເຊື່ອມຕໍ່, ພື້ນຖານໂຄງລ່າງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ສົ່ງເສີມສອງຝ່າຍຕັ້ງໜ້າ   ແລກປ່ຽນ ແລະ ວາງອອກບັນດາບາດກ້າວເດີນລະອຽດ, ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ອາຊຽນ - GCC ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງພາກພື້ນ.

        ເມື່ອແບ່ງປັນທັດສະນະຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ, ລັດຖະມົນຕີບັນດາປະເທດອາຊຽນ ແລະ GCC ເຫັນດີ, ສືບຕໍ່ຍູ້ແຮງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ໃນນັ້ນ ມີການສ້າງຂອບເຂດການຮ່ວມມື ໄລຍະ 5 ປີ ເພື່ອເປັນເອກະສານກໍານົດທິດໃຫ້ບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດບຸລິມະສິດລວມ ຄື ການຄ້າ, ການລົງທຶນ, ພະລັງານ, ການທ່ອງທ່ຽວ ແລະ ອື່ນໆ.

        ກໍໃນໂອກາດນີ້, ບັນດາລັດຖະມົນຕີໄດ້ແບ່ງປັນທັດສະນະ ກ່ຽວກັບບາງບັນຫາພາຍໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເປັນຕົ້ນແມ່ນ ການອາລັກຂາເສດຖະກິດ, ການກໍ່ການຮ້າຍ, ການປະທະກັນດ້ານພູມີສາດການເມືອງ, ການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ