ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 19 ຢູ່ Brunei

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 19 ຢູ່ Brunei - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ເຂົ້າຮ່ວມກອງປະຊຸມ AEMM 19
(ພາບ: vietnamplus.vn)

(vovworld) - ​ໃນ​ລະ​ຫວ່າງ​ວັນ​ທີ 26 – 27/4, ຢູ່​ນະຄອນຫຼວງ Bandar Seri Begawan ຂອງ Brunei ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ - ອີ​ຢູ ຄັ້ງ​ທີ 19 (ຫຼື AEMM 19). ບັນດາ​ລັດຖະມົນຕີ​ໄດ້​ຮັບຮອງ​ເອົາ​​ແຜນການ​ເຄື່ອນ​ໄຫວ ອາ​ຊຽນ - ອີ​ຢູ ​ໄລຍະ 2013 – 2017, ສຸມ​ໃສ່​ແຫຼ່ງກຳລັງ ​ແລະ ບຸລິມະສິດ​ໜູນ​ຊ່ວຍ​ອາ​ຊຽນກໍ່ສ້າງ​ປະຊາ​ຄົມ, ​ເພີ່ມ​ທະວີ​ການ​ເຊື່ອ​ມຕໍ່, ຮັດ​ແຄບ​ຊ່ອງ​ຫວ່າງ, ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ຕ້ານ​ອາດຊະ​ຍາ​ກຳ​ຂ້າມ​ຊາດ​.​..​ ອີ​ຢູ ​ໄດ້​ປະກາດ​ບ້ວງ​ເງິນ​ 20 ລ້ານ ​ເອີ​​ໂຣ ​ເພີ່ມ​ເຕີມ​ໃຫ້​ແກ່​ການ​ໜູນ​ຊ່ວຍ​ວິວັດ​ການ​ເຊື່ອ​ມ​ໂຍງ ​ແລະ ​ຮ່ວມ​ສຳ​ພັນ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອາ​ຊຽນ ​ແລະ ອີ​ຢູ ຄວນ​ສືບ​ຕໍ່​ຍູ້​ແຮງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ພື້ນຖານ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ໄລຍະ 2013 – 2017 ຕາມ​ທິດ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ, ກ່ຽວ​ກັບ​​ດ້ານ​ເສດຖະກິດ - ການ​ຄ້າ, ການ​ເມືອງ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ - ສັງຄົມ. ຫວຽດນາມ ຈະ​ມານະ​ພະຍາຍາມ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ພ້ອມ​ກັບ​ບັນດາ​ປະ​ເທດ​ເພື່ອ​ຊຸກຍູ້ ​ແລະ ຍົກ​ສູງ​ການ​ພົວພັນ ​ແລະ ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ອີ​ຢູ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ