ກອງ​ປະ​ຊຸມລັດຖະມົນຕີການຕ່າງປະເທດ ອາ​ຊຽນ+3

(VOVWORLD) -ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ຢືນຢັນຈະສືບຕໍ່ສະໜັບສະໜູນຢ່າງຕັ້ງໜ້າບັນດາຂໍ້ລະເລີ່ມຂອງ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ 19.
ກອງ​ປະ​ຊຸມລັດຖະມົນຕີການຕ່າງປະເທດ ອາ​ຊຽນ+3 - ảnh 1(ພາບ: ກະຊວງການຕ່າງປະເທດ)

   ຕອນບ່າຍວັນທີ 3 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ  ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ+3

ທາງອອນລາຍ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ນະທີ່ນີ້, ບັນດາປະເທດໄດ້ເຫັນດີເປັນເອກະພາບ ຕ້ອງສະຫງວນບຸລິມະສິດ ແກ່ການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ 19, ຫລຸດຜ່ອນບັນດາກະກະທົບຕໍ່ເສດຖະກິດ ສັງຄົມ, ຜັນຂະຫຍາຍແຜນການກະທຳຫລຸດຜ່ອນບນດາກະກະທົບຕໍ່ເສດຖະກິດ ຍ້ອນໂລກລະບາດໂຄວິດ 19 ໃຫ້ບັນລຸປະສິດທິຜົນ. ຊຸກຍູ້ການຟື້ນຟູຮອບດ້ານ ມຸ່ງໄປເຖິງການພັດທະນາແບບຍືນຍົງ. ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ຢືນຢັນຈະສືບຕໍ່ສະໜັບສະໜູນຢ່າງຕັ້ງໜ້າບັນດາຂໍ້ລະເລີ່ມຂອງ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ  ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ບັນດາປະເທດ ຕ້ອງເພີ່ມທະວີການຮ່ວມມື ຮັບປະກັນລະບົບວະໜອງວັກຊິນກັນໂຄວິດ 19 ໃນພາກພື້ນ ລວມມີບັນດາສູນຜະລິດວັກຊິນຢູ່ບັນດາປະເທດ ອາຊຽນ+3. ສະເໜີໃຫ້ບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຈົ່ງສືບຕໍ່ໜູນຊ່ວຍຍົກສູງຄວາມສາມາດການແພດປ້ອງກັນ ແລະ ສະໜອງວັກຊິນໃຫ້ບັນດາປະເທດ ອາຊຽນ ພ້ອມທັງໜູນຊ່ວຍບັນດາພື້ນຖານເສດຖະກິດພາກພື້ນ ຟື້ນຟູ ແລະ ເຕີບໂຕຫຼັງໂລກລະບາດ….

ຕອບກັບ

ຂ່າວ/ບົດ​ອື່ນ