ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1
ບັນດາລັດຖະມົນຕີ ຖ່າຍຮູບທີ່ລະນຶກທີ່ກອງປະຊຸມ

(vovworld) – ວັນ​ທີ 24/7, ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ, ກອງ​ປ​ະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສະມາຄົມ​ປະຊາ​ຊາດ​ບັນດາ​ປະ​ເທດ ອາຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 49 (AMM 49) ​ໄດ້​ຈັດ​ຂຶ້ນ​ດ້ວຍ​ການ​ເຂົ້າຮ່ວມ​ຂອງລັດຖະມົນ​ຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ ອາ​ຊຽນ 10 ທ່ານ​ ​ແລະ ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ. ດ້ວຍ​ຫົວ​ຂໍ້​ວ່າ “ນຳ​ວິ​ໄສ​ທັດ​​ໃຫ້ປະກົດ​ຜົນ​ເປັນ​ຈິງ​ເພື່ອ​ປະຊາ​ຄົມ ອາ​ຊຽນ ຂະຫຍັນ​ຂັນ​ເຄື່ອນ”, ບັນດາ​ລັດ​ຖະມົນຕີ​ໄດ້​ສຸ​ມ​ໃສ່​ປຶ​ກສາ​ຫາລື 5 ​ເນື້ອ​ໃນ​ຕົ້ນ​ຕໍ່​ເຊິ່ງລວມມີ: ບັນດາ​ມາດ​ຕະການ​ປັບປຸງ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ, ​ເສີມ​ຂະຫຍາຍ​ວິ​ໄສທັດ​ປະຊາ​ຄົມ ອາ​ຊຽນ 2025, ຍົກ​ສູງ​ປະສິດທິ​ຜົນ​​ໂກງ​ຈັກ​ການຈັດ​ຕັ້ງ, ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມືວ່າ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ. ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ພິ​ເສດ ອາ​ຊຽນ ຕ້ອງ​ບຸລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ເລື່ອງ​ປັບປຸງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ.

        ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຕັດສິນ​ໃຈ ​ແລະ​ ມານະ​ພະຍາຍາມ ຜັນ​ຂະຫຍາຍ​ວິ​ໄສ​ທັດ 2025 ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນດາ​ແຜນການ​ສັງ​ລວມມຸ່ງ​ໄປ​ເຖິງ​ປະຊາ​ຄົມ ອາ​ຊຽນ ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ອີງ​ໃສ່​ກົດໝາຍ ​ແລະ ຖື​ມະນຸດ​ເປັນ​ໃຈກາງ. ບັນດາ​ລັດຖະມົນຕີ​ຕີ​ລາຄາ​ສູງ​ເລື່ອງ​ຜັນ​ຂະຫຍາຍ​ວິ​ໄສ​ທັດ 2025 ຕິດ​ພັນ​ກັບ​ໂຄງການ​ດຳ​ເນີນ​ງານ 2030 ຂອງ ສປຊ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຖື​ນີ້​ແມ່ນ​ບຸລິມະສິດ​ສຳຄັນ, ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ພິຈາລະນາ​ກຳນົດ​ບັນດາ​ຂົງ​ເຂດ​ບຸລິມະສິດ ​ແລະ ສ້າງ​ວິວັດທະນາ​ການ​ເພື່ອ​ຊຸກຍູ້​ບັນດາ​ປັດ​ໃຈ​ຄ້າຍຄື​ກັນ​ໃນ​ເອກະສານ​ຍຸດ​ທະ​ສາດ​ນີ້. ປຶ​ກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ, ບັນດາ​ລັດຖະມົນຕີ​ໄດ້​ແລກປ່ຽນ​ກ່ຽວກັບ​ຫຼາຍ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ​ແຫຼມ ​ເກົາຫຼີ, ຕາ​ເວັນ​ອອກ​ກາງ, ທະ​ເລ​ຕາ​ເວັນ​ອອກ… ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ລັດຖະມົນ​ຕີ​ໄດ້​ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ ຕິດ​ພັນ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຂອງ​ພາກ​ພື້ນ, ສືບ​ຕໍ່​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ສະພາບ​ສັບສົນ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ລັດຖະມົນຕີ​ຢັ້ງຢືນ​ຫຼັກ​ໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ແກ​​​​້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ດ້ວນ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ລະງັບ​ໃຈ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ບໍ່​ໃຊ້​ກຳລັງ​ການ​ທະຫານ, ບໍ່​ມີ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ ​ແລະ ​ເຮັດ​ໃຫ້​ສະພາບ​ເພີ່ມ​ຄວາມ​ເຄັ່ງ​ຕຶງຂຶ້ນ​ຕື່ມ ​ແລະ ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ແທດ​ຈິງ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ສ້າງ​ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).


ຂ່າວ/ບົດ​ອື່ນ