ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບບັນດາຄູ່ເຈລະຈາ

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 02 ສິງຫາ, ໄດ້ດໍາເນີນບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບ 04 ຄູ່ຮ່ວມມື (PMC+1) ຍີ່ປຸ່ນ,ຈີນ, ລັດເຊຍ ແລະ ນິວຊີແລນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ນາໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມບັນດາກອງປະຊຸມ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບບັນດາຄູ່ເຈລະຈາ  - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ຖ່າຍຮູບນໍາລັດຖະມົນຕີບັນດາປະເທດອາຊຽນ ທີ່ກອງປະຊຸມ AMM 51

(ພາບ: AFP/TTXVN)

ທີ່ບັນດາກອງປະຊຸມ, ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ດໍາເນີນການສໍາຫຼວດກວດຄືນສະພາບການຮ່ວມມືໃນປີຜ່ານມາ ແລະ ແລກປ່ຽນບັນດາການກໍານົດທິດຢ່າງລະອຽດໃຫ້ໄລຍະຈະມາເຖິງ. ບັນດາປະເທດຄູ່ຮ່ວມມື ໄດ້ສະແດງການສະໜັບສະໜູນຕໍ່ບັນດາຄວາມມານະພະຍາຍາມກໍ່ສ້າງປະຊາຄົມ, ຍູ້ແຮງການເຊື່ອມຕໍ່, ຮັດແຄບຄວາມແຕກໂຕນກັນໃນການພັດທະນາຂອງອາຊຽນ.

        ກ່າວຄໍາເຫັນໃນບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ ຈະຖືເປັນສໍາຄັນ ແລະ ຕັ້ງໜ້າຮ່ວມກັບບັນດາປະເທດອາຊຽນເປີດກວ້າງ ແລະ ຮັດແໜ້ນການພົວພັນຮ່ວມມືໃນຫຼາຍດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຄື ຍີ່ປຸ່ນ, ລັດເຊຍ, ຈີນ ແລະ ນິວຊີແລນ ໃຫ້ເລິກເຊິ່ງກວ່າເກົ່າ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ໄດ້ເຫັນດີວ່າ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຄວນມານະພະຍາຍາມຊຸກຍູ້ການເຈລະຈາ, ຮ່່ວມມື ແລະ ສ້າງຄວາມເຊື່ອໝັ້ນ, ສ້າງ ແລະ ແບ່ງປັນບັນດາມາດຕະຖານການປະພຶດ ເພື່ອແນໃສ່ສະກັດກັ້ນການປະທະກັນ ແລະ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ.

        ໂດຍໄດ້ຮັບການມອບໝານໜ້າທີ່ ປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ ຈະມານະພະຍາຍາມເສີມຂະຫຍາຍທ່າພົວພັນອັນດີງາມລະຫວ່າງສອງຝ່າຍໃຫ້ດີກວ່າເກົ່າ, ນໍາການພົວພັນຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ຍີ່ປຸ່ນກ້າວຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ