ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູຄັ້ງທີ21

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູຄັ້ງທີ21 - ảnh 1
ກອງ​ປະ​ຊຸມ​ໃນ​ວັນ​ທີ 14/10
(ພາບ: VTV)

(vovworld) – ວັນ​ທີ 14/10, ຢູ່​ນະ​ຄອນຫຼວງ ບາງກອກ, ປະ​ເທດ​ໄທ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອາ​ຊຽນ - ອີ​ຢູ ຄັ້ງ​ທີ 21 (AEMM -21). ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນ​ກວກ​ຢູ້ງ ເປັນ​ຫົວ​ໜ້າ​ຄະ​ນະ, ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ທີ່ກອງ​ປະ​ຊຸມ, 2 ຝ່າຍ​ຍົກ​ສູງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ ອາ​ຊຽນ - ອີ​ຢູ ແລະ ປາດ​ຖະ​ໜາ​ວ່າ​ນຳ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເຮັດ​ໃຫ້​ການ​ພົວ​ພັນ​ໃນຫຼາຍ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ. ຕາມນັ້ນ​ແລ້ວ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ມາ​ນະ​ຍາ​ຍາມ​ມຸ່ງ​ໄປ​ເຖິງ​ການ​ຍົກ​ລະ​ດັບການ​ພົວ​ພັນ​ ອາ​ຊຽນ - ອີ​ຢູ ກາຍ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຜ່ານ “ຖະ​ແຫຼງ​ການ ບາງກອກ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລ​ກ​ຮອບ​ດ້ານ ອາ​ຊຽນ - ອີ​ຢູ ເພື່ອ​ບັນ​ດາ​​ເປົ້າ​ໝາຍ​ຍຸດ​ທະ​ສາດ​ລວມ”.

        ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ, ນັບ​ທັງ​ໃນ​ວິ​ວັດ​ການກໍ່​ສ້າງ​ເນື້ອ​ໃນ​ເອ​ກະ​ສານ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ຫງວຽນ​ກວກ​ຢູ້ງ ເນັ້ນ​ໜັກ​ວ່າ: ຮອດ​​ເວ​ລາ​ແລ້ວ​ທີ່​ນຳ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ - ອີ​ຢູ ຂຶ້ນ​ລະ​ດັບ​ຍຸດ​ທະ​ສາດ ແລະ ເຮັດ​ໃຫ້​ການ​ພ​ົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ​ສຳ​ຄັນ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ຕ້ອງ​ໃຫ້ບຸ​ລິ​ມະ​ສິດ​ຍູ້​ແຮງ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ກ​ານ​ຄ້າ ແລ​ະ ເຊື່ອມ​ຕໍ່, ເພີ່ມ​ທະ​ວີ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄ​ວາມ​ໝັ້ນ​ຄົງ, ທັງ​ມີ​ມາ​ກ່ອນ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ພາກ​ພື້ນ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢູ້ງ ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ, ຢັ້ງ​ຢືນຫຼັກ​ໝັ້ນ​ລວມ​ຂອງ ອາ​ຊຽນ, ຕີ​ລາ​ຄາ​ສູງ​ທັດ​ສະ​ນະ​ຕັ້ງ​ໜ້າ​ຂອງ ອີ​ຢູ ແລະ ສະ​ເໜີ ອີຢ​ູ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສ​າ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ