ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເອີ​ລົບ​ຕັດ​ສິນ​ໃຈ​ສົ​ມ​ທົບ​ກັນ​ສະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid– 19

(VOVWORLD) -ມີຫຼາຍມາດຕະການສົມທົບກັນສະກັດກັ້ນໂລກລະບາດ Covid– 19 ໄດ້ຍົກອອກມາຢູ່ທີ່ກອງປະຊຸມ ໃນວັນທີ 3 ເມສາ. ອົງການປະສານງານລວມ, ເຊື່ອມຕໍ່ແຫຼ່ງກຳລັງຂອງບັນດາປະເທດ EUກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ສະຫະພາບ ເອີລົບຍອມຮັບວ່າເຂົາເຈົ້າໄດ້ຕີລາຄາຜິດພາດກ່ຽວກັບໂລກລະບາດ Covid– 19 ແລະ ປັດຈຸບັນ ພວມມານະພະຍາຍາມແຂ່ງຂັນກັບເວລາ. 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເອີ​ລົບ​ຕັດ​ສິນ​ໃຈ​ສົ​ມ​ທົບ​ກັນ​ສະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid– 19 - ảnh 1ປະຊາຊົນໃສ່ຜ້າອັດປາ - ດັງຢູ່ ປະເທດຝລັ່ງ (ພາບ: TTXVN) 

ບັນດາລັດຖະມົນຕີການຕ່າງປະເທດໄດ້ເຫັນດີເປັນເອກະພາບວ່າ ປະເທດໃດມີຄວາມສາມາດ ນັ້ນແມ່ນໃຫ້ຮັບເອົາຄົນເຈັບຂອງປະເທດໃກ້ຄຽງມາປິ່ນປົວ ຢູ່ປະເທດຕົນ ຫຼືສົ່ງພະນັກງານການແພດຂອງປະເທດຕົນໄປຍັງປະເທດທີ່ມີຄວາມຕ້ອງການກ່ວາ.

ຄະນະກຳມະການເອີລົບຈະອຸປະຖຳຄ່າຂົນສົ່ງຄົນເຈັບ, ອຸປະກອນການແພດ ແລະ ພ້ອມແລ້ວທີ່ຈະຈ່າຍເງິນໃຫ້ແກ່ບັນດາອົງການບໍ່ຂຶ້ນກັບລັດຖະບານເພື່ອເຂົ້າຮ່ວມການສະກັດກັ້ນໂລກລະບາດ. ອົງການປະສານງານແຫ່ງໜຶ່ງຂຶ້ນກັບຄະນະກຳມະການເອີລົບຈະກຳນົດບັນດາເຂດທີ່ຕ້ອງການໜູນຊ່ວຍສຸກເສີນເພື່ອນຳແຫຼ່ງກຳລັງບຸລິມະສິດໃຫ້ເຂດນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ